logo

ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ ຕັດ​ສິນ​ໃຈ​ສ້າງ​ຜົນ​ງານ​ດີ​ເດັ່ນໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

2026/2/3 | 07:27:55
(VOVWORLD) - ບົດນຳດ້ວຍຫົວຂໍ້ “ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕັດສິນໃຈສ້າງຜົນງານດີເດັ່ນ ໃນໄລຍະພັດທະນາໃໝ່” ຢັ້ງຢືນວ່າ 96 ປີຜ່ານມາ, ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນການນຳພາຂອງພັກແມ່ນປັດໄຈແຖວໜ້າທີ່ຕັດສິນທຸກໄຊຊະນະ.
ລາຍການສະແດງສິລະປະພິເສດ “ພາຍໃຕ້ທຸງພັກສະຫງ່າງາມ” (ພາບ: VOV)

ວັນທີ 3 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930-3/2/2026). ວັນທີ 3 ກຸມພາ 1930 ແມ່ນຂີດໝາຍປະຫວັດສາດ, ຂີດໝາຍບາດລ້ຽວອັນຍິ່ງໃຫຍ່ໃນໄລຍະທາງແຫ່ງການຕໍ່ສູ້ປະຕິວັດ ຂອງປະຊາຊົນ ຫວຽດນາມ, ເປີດຍຸກສະໄໝໃໝ່ - ຍຸກສະໄໝໂຮ່ຈີມິນ. ບົດນຳດ້ວຍຫົວຂໍ້ “ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕັດສິນໃຈສ້າງຜົນງານດີເດັ່ນ ໃນໄລຍະພັດທະນາໃໝ່” ທີ່ລົງໃນໜັງສືພິມ ເຍິນເຢິນສະບັບອກວັນທີ 3 ກຸມພາຢັ້ງຢືນວ່າ 96 ປີຜ່ານມາ, ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນການນຳພາຂອງພັກແມ່ນປັດໄຈແຖວໜ້າທີ່ຕັດສິນທຸກໄຊຊະນະ.

ດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນ ແລະ ການກະທຳ”, ບົດຂຽນ ທີ່ລົງໃນໜັງສືພິມກອງທັບປະຊາຊົນ ສະບັບອອກໃນມື້ນີ້ຊີ້ແຈ້ງວ່າ: ກ່ວາເວລາໃດໝົດ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃຫ້ແກ່ພັກກອມມູນິດ ຫວຽດນາມ ແມ່ນຕ້ອງສືບຕໍ່ຍົກສູງຄວາມສາມາດນຳພາ, ກຳລັງແຮງຕໍ່ສູ້; ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບຂອງຖັນແຖວພະນັກງານ, ສະມາຊິກພັກໃນລະດັບສູງສຸດ; ເພີ່ມທະວີລະບຽບວິໄນ; ປັບປຸງການພົວພັນເລືອດເນື້ອລະຫວ່າງພັກ ກັບປະຊາຊົນໃຫ້ໝັ້ນຄົງ.

TAG
VOV/VOVworld/​ພັກ/ປະ​ຊາ​ຊົນ/ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ