logo

ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

2022/7/20 | 10:10:00
(VOVWORLD) -ທ່ານເລຂາຄະນະພັກແຂວງ ທາຍງວຽນ ຫງວຽນແທງຫາຍ ປາດຖະໜາວ່າ ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ຈະສືບຕໍ່ໜູນຊ່ວຍແຂວງ ທາຍງວຽນ ເປີດກວ້າງການເຊື່ອມຕໍ່, ເປີດກວ້າງການຮ່ວມມືກັບບັນດາແຂວງຂອງ ລາວ ໃນທຸກຂົງເຂດ
ທ່ານນາງຮອງປະທານສະພາແຫ່ງຊາດ ສູນທອນ ໄຊຍະຈັກ   ທີ່ການເຮັດວຽກ
(ພາບ: TTXVN)

ວັນທີ 20 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດ ລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ລາວ - ຫວຽດນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທາຍງວຽນ.

        ທີ່ການເຮັດວຽກ, ທ່ານນາງເລຂາຄະນະພັກແຂວງ ທາຍງວຽນ ຫງວຽນແທງຫາຍ ປາດຖະໜາວ່າ ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ຈະສືບຕໍ່ໜູນຊ່ວຍແຂວງ ທາຍງວຽນ ເປີດກວ້າງການເຊື່ອມຕໍ່, ເປີດກວ້າງການຮ່ວມມືກັບບັນດາແຂວງຂອງ ລາວ ໃນທຸກຂົງເຂດ, ພິເສດແມ່ນດ້ານການສຶກສາ, ບຳລຸງສ້າງ ແລະ ການພັດທະນາເສດຖະກິດ.

        ສ່ວນທ່ານນາງຮອງປະທານສະພາແຫ່ງຊາດ ສູນທອນ ໄຊຍະຈັກ, ຕີລາຄາສູງຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ກໍຄືການຮ່ວມມືຮອບດ້ານໃນຫຼາຍຂົງເຂດລະຫວ່າງແຂວງ ທາຍງວຽນ ແລະ ບັນດາແຂວງຂອງ ລາວ, ພິເສດແມ່ນການໜູນຊ່ວຍຢ່າງທັນການ, ມີປະສິດທິຜົນຂອງແຂວງ ທາຍງວຽນ ສຳລັບບັນດາແຂວງຂອງ ລາວ ໃນໄລຍະຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ -19.

        ໃນລາຍການເຮັດວຽກຢູ່ແຂວງ ທາຍງວຽນ, ຄະນະຜູ້ແທນສະພາແຫ່ງຊາດ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລການຢາ ທາຍງວຽນ; ຢ້ຽມຢາມເຂດປູກຕົ້ນຊາເອກະລັກ ເຕິນເກືອງ.

TAG
VOV/VOVworld/ການ​ສຶກ​ສາ/ບຳ​ລຸງ​ສ້າງ/​ພັດ​ທະ​ນາ​ເສດ​ຖ​ະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ