logo

ທະ​ຫານ​ເຂດ 5 ມອບ - ຮັບ​ເຮືອນ​ຢູ່​ເກືອບ 100 ຫຼັງ ໃນ “ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ” ຢູ່ ດັກ​ລັກ

2026/1/4 | 11:03:16
(VOVWORLD) -     ຕອນເຊົ້າວັນທີ 04 ມັງກອນ, ຢູ່ບ້ານ ຝຸຫືວ, ຕາແສງ ຮວ່າທິ້ງ, ກອງບັນຊາການທະຫານເຂດ 5 ໄດ້ສົມທົບກັບແຂວງ ດັກລັກ ຈັດຕັ້ງພິທີເປີດນຳໃຊ້ ແລະ ມອບເຮືອນຢູ່ 96 ຫຼັງ ໃນ “ບັ້ນເຄື່ອນໄຫວ ກວາງຈູງ”ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກພັງທະລາຍຍ້ອນຝົນຕົກໜັກນ້ຳຖ້ວມເມ່ືອທ້າຍປີ 2025.
ພິທີເປີດນຳໃຊ້ ແລະ ມອບເຮືອນຢູ່  ແລະ ວັດຖຸອຸປະກອນໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກພັງທະລາຍຍ້ອນຝົນຕົກໜັກນ້ຳຖ້ວມເມ່ືອທ້າຍປີ 2025 (ພາບ: VOV)

ນີ້ແມ່ນຈຳນວນເຮືອນຢູ່ທີ່ໄດ້ກໍ່ສ້າງສຳເລັດໄວສຸດໃນຈຳນວນເຮືອນຢູ່ທັງໝົດ 331 ຫຼັງ ໂດຍທະຫານເຂດ 5 ໄດ້ຜັນຂະຫຍາຍກໍ່ສ້າງໃໝ່ຢູ່ແຂວງ ດັກລັກ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ພົນຕີ ເລງອກຫາຍ - ຜູ້ບັນຊາການທະຫານເຂດ 5, ຢັ້ງຢືນວ່າ:

        “ບັ້ນເຄື່ອນໄຫວ ກວາງຈູງ ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ ໃນຍາມປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຄຸນສົມບັດອັນຈົບງາມຂອງຊາວ ຫວຽດນາມ ໄດ້ຮັບການປະກາຍແຈ້ງຢ່າງແຂງແຮງທີ່ສຸດ, ແມ່ນພະຍານຫຼັກຖານສະແດງໃຫ້ເຫັນວ່າ ພາຍຸນ້ຳຖ້ວມອາດຈະພັດຖະຫຼົມຫຼາຍສິ່ງຫຼາຍຢ່າງ ແຕ່ບໍ່ສາມາດພັດຖະຫຼົມນ້ຳໃຈຄວາມຮັກແພງຂອງມະນຸດດ້ວຍກັນ ເມື່ອມີບັນດາຊາຍຄາເຮືອນໃໝ່ໄດ້ຮັບການກໍ່ສ້າງຂຶ້ນ”.

ທ່ານ ພົນຕີ ເລງອກຫາຍ - ຜູ້ບັນຊາການທະຫານເຂດ 5 (ພາບ: VOV)

        ເນື່ອງໃນໂອກາດນີ້, ບັນດາເຫຼົ່າຮົບຂຶ້ນກັບກະຊວງປ້ອງກັນປະເທດ, ທະຫານເຂດ 5 ແລະ ທະຫານຢູ່ທ້ອງຖິ່ນ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງໃຫ້ແຕ່ລະຄອບຄົວ ເຊັ່ນ: ໂທລະທັດ, ຕູ້ເຢັນ, ພັດລົມ, ໝໍ້ຫຸງເຂົ້າ… ປະກອບສ່ວນໜູນຊ່ວຍພໍ່ແມ່ປະຊາຊົນກັບຄືນສູ່ການດຳລົງຊີວິດໂດຍໄວ.

TAG
VOV/VOVworld/ໂທລະທັດ/ຕູ້ເຢັນ/ພັດລົມ/ມອບ​ເຮືອນ​ຢູ່/ທະ​ຫານ​ເຂດ 5

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ