logo

ທ່ານ Barak Obama ກ່າວຄຳຂໍໂທດກ່ຽວກັບກໍລະນີທະຫານອາເມລິກາ ຈູດເຜົາຄຳພີ Koran

2012/2/24 | 08:44:27

ທ່ານ Barak Obama ກ່າວ​ຄຳຂໍ​ໂທດ​ກ່ຽວ​ກັບກໍ​ລະ​ນີ​ທະຫານ​ອາ​ເມ​ລິ​ກາ ຈູດ​ເຜົາ​ຄຳ​ພີ Koran


ທ່ານປະທານາທິບໍດີ Barak Obama

(vovworld) - ວັນ​ທີ 23/2, ທ່ານ​ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barak Obama ​ໄດ້​ກ່າວຄຳ​ຂໍ​ໂທດ​ກ່ຽວ​ກັບ​ເລື່ອງ​ທະຫານ​ອາ​ເມ​ລິ​ກາ ຢູ່​ອາບ​ກາ​ນິດ​ສະຖານ ຈູດ​ເຜົາ​ຄຳ​ພີ Koran. ຕາມ​ແຫຼ່ງຂ່າວ​ຈາກ​ຫ້ອງ​ວ່າການ​ປະທາ​ນາ​ທິບໍດີ ອາບ​ການິດ​ສະຖານ, ທ່ານ Obama ​ໄດ້​ຝາກ​ຈົດໝາຍ​ຂໍ​ໂທດ​ມາ​ຍັງ​ປະທາ​ນາ​ທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai ​​ເມືອ​ຕອນ​ບ່າຍ​ວັນ​ທີ 23/2. ​ໃນ​ຈົດໝາຍ, ທ່ານ​ປະທານາທິບໍດີ Obama ​ໄດ້​ສົ່ງ​ຄຳ​ຂໍ​ໂທດ​ຢ່າງຈິງ​ໃຈມາ​ຍັງ​ຄູ່​ຮ່ວມ​ຕຳ​ແໜ່​ງ ​ແລະ ປະຊາຊົນ​ປະ​ເທດ​ນີ້. ທ່ານ Obama ​ໃຫ້​ຮູ້​ວ່າ​: ການ​ກະທຳ​ຈູດ​ເຜົາຄຳ​ພີ Koran ບໍ່​ມີ​ລັກສະນະ​​​ໂດຍເຈດ​ຕະນາ, ພ້ອມ​ກັນ​ນັ້ນ​ທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ສືບສວນ​ກໍລະນີ​ດັ່ງກ່າວ.

​ເລື່ອງ​ທະຫານ NATO ຈູບ​ເຜົາ​ຄຳ​ພີ Koran​ ​ໄດ້ກໍ​ໃຫ້​ເກີດ​ກະ​ແສຟອງ​ແຫ່​ຂະ​ບວນປະ​ທ້ວງ, ຈາລະ​ຈົນ​ຂອງ​ປະຊາຊົນ​ນັບ​ພັນ​ຄົນ​​ຢູ່ ນະຄອນຫຼວງ Cabun ປະ​ເທດ ອາບ​ກາ​ນິດ​ສະຖານ​ໃນ 3 ວັນ​ຜ່ານ​ມາ. ຕາມ​ແຫຼ່ງຂ່າວຂອງ​ອາບ​ກາ​ນິດ​ສະຖານ ​ແລ້ວ, ຢ່າງ​ໜ້ອຍ​ສຸດ​ມີ 13 ຄົນ​ເສຍ​ຊີວິດ ​ແລະ 50 ຄົນ​ຖືກ​ບາດ​ເຈັບ​ໃນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ.

TAG
ຄຳພີ Koran

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ