logo

ທ່ານ Joko Widodo ທີ່ຄອງຕໍາແໜ່ງປະທານາທິບໍດີ ອິນໂດເນເຊຍ ພວມນໍາໜ້າໃນການປ່ອນບັດເລືອກຕັ້ງ ອິນໂດເນເຊຍ 2019

2019/4/18 | 07:42:28
(VOVWORLD) - ໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ທ່ານ Joko Widodo ທີ່ພວມຄອງຕໍາແໜ່ງປະທານາທິບໍດີ ມີຄະແນນນໍາໜ້າທ່ານອະດີດນາຍພົນການທະຫານ Prabowo Subianto ທີ່ຫ່າງກັນ ແຕ່ 10 – 15%.

        ການເລືອກຕັ້ງ ປະທານາທິບໍດີ ແລະ ອົງການນິຕິບັນຍັດ ຄັ້ງທໍາອິດໃນທົ່ວປະເທດ ອິນໂດເນເຊຍ ໄດ້ສິ້ນສຸດລົງໃນເວລາ 13 ໂມງ ຂອງວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ). ຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງ ອິນໂດເນເຊຍ ແລ້ວ, ບັນດາອົງການສໍາຫຼວດ ອາດຈະດໍາເນີນການນັບບັດໃນຮອບເວລາ 02 ຊົ່ວໂມງ ພາຍຫຼັງສິ້ນສຸດການປ່ອນບັດ.

ທ່ານ Joko Widodo ທີ່ຄອງຕໍາແໜ່ງປະທານາທິບໍດີ ອິນໂດເນເຊຍ ພວມນໍາໜ້າໃນການປ່ອນບັດເລືອກຕັ້ງ ອິນໂດເນເຊຍ 2019 (ພາບ: Tribunnews.com) 

        ໃນການປ່ອນບັດເລືອກຕັ້ງຄັ້ງນີ້, 40 ອົງການສໍາຫຼວດມີເງື່ອນໄຂພຽງພໍ ຈະປະຕິບັດການນັບບັດ. ໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ທ່ານ Joko Widodo ທີ່ພວມຄອງຕໍາແໜ່ງປະທານາທິບໍດີ ມີຄະແນນນໍາໜ້າທ່ານອະດີດນາຍພົນການທະຫານ Prabowo Subianto ທີ່ຫ່າງກັນ ແຕ່ 10 – 15%.

        ທ່ານ Arief Budiman ປະທານຄະນະກໍາມະການເລືອກຕັ້ງ ໃຫ້ຮູ້ວ່າ ຜົນຂອງການປ່ອນບັດເລືອກຕັ້ງຈະໄດ້ປະກາດຢ່າງເປັນທາງການໃນວັນທີ 22 ພຶດສະພາ ຈະມາເຖິງ.

ເຮືອງຈາ - ນັກຂ່າວ VOV ປະຈໍາ ອິນໂດເນເຊຍ

TAG
VOV/VOVworld/ປ່ອນບັດເລືອກຕັ້ງ/ອິນໂດເນເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ