logo

ທ່ານ Lot Loeng: ຜູ້ຮັກສາ ແລະ ຖ່າຍທອດສິດສອນມໍລະດົກວັດທະນະທຳ ຂະແມ Sleukrit ເປັນເວລາກວ່າ 20 ປີ

2025/6/1 | 09:00:00
(VOVWORLD) - ປະຈຸບັນ, ບັນດາເອກະສານສະບັບຕົ້ນພວມປະເຊີນໜ້າກັບສະພາບເປ່ເພ ແລະ ສູນຫາຍ, ໃນຂະນະນັ້ນ, ບໍ່ມີຫຼາຍຄົນມີຄວາມສາມາດຮຽບຮຽງ ຫຼື ຂຽນເອກະສານນັ້ນຄືນໃໝ່ໄດ້.
(ທ່ານ Lot Loeng ໄດ້ຕັດສິນໃຈສືບຕໍ່ຄົ້ນຄວ້າ ແລະ ເດີນຕາມວຽກງານຂຽນຕົວໜັງສືໃນປື້ມໃບໄມ້ນັບແຕ່ປີ 2021)

ກ່ອນທີ່ເຈ້ຍ ແລະ ເຕັກໂນໂລຊີການພິມທີ່ທັນສະໄໝປະກົດຂຶ້ນນັ້, Sleukrit (ປື້ມຂຽນຢູ່ໃນໃບໄມ້) ແມ່ນຮູບແບບຕົ້ນຕໍເພື່ອໃຫ້ຊາວ ຂະແມ ເກັບຮັກສາ, ໂຄສະນາພູມປັນຍາວັດທະນະທຳ ແລະ ພື້ນຖານອະລິຍະທຳທີ່ຮຸ່ງເຮືອງຂອງຕົນ. ປະຈຸບັນ, ບັນດາເອກະສານສະບັບຕົ້ນພວມປະເຊີນໜ້າກັບສະພາບເປ່ເພ ແລະ ສູນຫາຍ, ໃນຂະນະນັ້ນ, ບໍ່ມີຫຼາຍຄົນມີຄວາມສາມາດຮຽບຮຽງ ຫຼື ຂຽນເອກະສານນັ້ນຄືນໃໝ່ໄດ້. ຕໍ່ໜ້າສະພາບທີ່ໜ້າວິຕົກກັງວົນນັ້ນ, ທ່ານ Lot Loeng, ຜູ້ທີ່ສະຫງວນເວລາກວ່າ 20 ປີເພື່ອຄົ້ນຄວ້າ ແລະ ບັນທຶກບັນດາເອກະສານ Sleukrit ຄືນໃໝ່, ໄດ້ຖ່າຍທອດສິດສອນວິທີຂຽນໃນໃບໄມ້ໂດຍບໍ່ເກັບຄ່າໃຫ້ແກ່ເດັກຢູ່ບ້ານເກີດເມືອງນອນ ບ້ານ Leng Day, ເມືອງ Angkor Thom, ແຂວງ ຊຽມຽບ, ປະເທດ ກຳເຈຍ.

ດ້ວຍນ້ຳໃຈ ແລະ ຄວາມປາດຖະໜາຢາກອະນຸລັກຮັກສາວັດທະນະທຳຂອງລຸ້ນປູ່ຍ່າຕາຍາຍປະໄວ້ໃຫ້, ພ້ອມກັບບັນດາຄວາມຮູ້ທີ່ໄດ້ຮຽນມາໃນເວລາໄປບວດແຕ່ປີ 2000 ຮອດປີ 2007, ຢູ່ວັດ Wat Preah Indra Tep, ຢູ່ ຊຽມຣຽບ, ທ່ານ Lot Loeng ໄດ້ຕັດສິນໃຈສືບຕໍ່ຄົ້ນຄວ້າ ແລະ ເດີນຕາມວຽກງານຂຽນຕົວໜັງສືໃນປື້ມໃບໄມ້ນັບແຕ່ປີ 2021 ມາຮອດປະຈຸບັນ, ເຖິງວ່າລາຍຮັບຈາກວຽກງານນີ້ຈະບໍ່ພໍລ້ຽງຄອບຄົວ. ທ່ານ Lot Loeng ແບ່ງປັນວ່າ:

“ຂ້າພະເຈົ້າຮຽນວິທີແກະຄວັດໃນໃບໄມ້ນັບແຕ່ອາຍຸ 15 ປີ, ຄາວທີ່ໄປບວດຢູ່ວັດ. ດ້ວຍຄວາມປາດຖະໜາຢາກອະນຸລັກຮັກສາມໍລະດົກວັດທະນະທຳເຊິ່ງປູ່ຍ່າຕາຍາຍປະໄວ້ໃຫ້, ຂ້າພະເຈົ້າຕັດສິນໃຈຖ່າຍທອດສິດສອນບັນດາຄວາມຮູ້ທີ່ຕົນຮຽນມາໄດ້ໃຫ້ແກ່ຄົນລຸ້ນຕໍ່ໄປ. ຂ້າພະເຈົ້າຢາໃຫ້ຄົນລຸ້ນຕໍ່ໄປຮູ້ວ່າ Sleukrit ແມ່ນມໍລະດົກອັນ້ຳຄ່າທີ່ລຸ້ນປູ່ລຸ້ນພໍ່ປະໄວ້ໃຫ້ພວກເຮົາ. ລູກຫຼານຊາວຂະແມແຕ່ລະຄົນລ້ວນແຕ່ມີຄວາມຮັບຜິດຊອບຕໍ່ການຮັກສາມໍລະດົກດັ່ງກ່າວ”.

ຂັ້ນຕອນເຮັດເຈ້ຍ “ໃບໄມ້” ນັ້ນ ແມ່ນວຽກງານຮຽກຮ້ອງຄວາມລະອຽດລະອໍ, ອົດທົນ, ເລີ່ມດ້ວຍເລື່ອງເລືອກເອົາຍອດໃບອ່ອນແຕ່ລະໃບຂອງຕົ້ນລານໃຫຍ່ (Talipot palm) ແລ້ວໃຊ້ເຊືອກມັດຂັ້ນແຕ່ລະໃບ ເພື່ອບໍ່ໃຫ້ໃບໄມ້ເປີດອອກ. ພາຍຫຼັງເວລາປະມານ 1 ປີ, ເມື່ອໃບໄມ້ພັດທະນາເຕັມທີ່ແລ້ວ ຈະຕັດມາຕາກແດດໃຫ້ແຫ້ງ. ຫຼັງຈາກນັ້ນຕັດເປັນຮູບສີ່ແຈ ແລະ ໜີບໃຫ້ພຽງ. ເພື່ອຂຽນຕົວໜັງສືໃນໃບໄມ້ນີ້, ທ່ານ Lot Loeng ໃຫ້ຮູ້ວ່າ, ບິກຂຽນໄດ້ເຮັດຈາກລຳຕົ້ນໄມ້ ຫຼື ເຂົາສັດ, ໄດ້ເຫຼົາໃຫ້ກົມ, ຕິດເຂັມທີ່ໄດ້ຝົນແຫຼມໆໃສ່.

“ພາຍຫຼັງຂຽນຕົວໜັງສືໃສ່ໃບໄມ້ນັ້ນ, ຕ້ອງນຳໃຊ້ນ້ຳມຶກທີ່ເຮັດຈາກຂະເໝົ່ຖ່ານປົນກັບນ້ຳມັນ ຫຼື ຢາງໄມ້ເພື່ອທາໃສ່ເທິງໜ້າໃບໄມ້, ເຮັດໃຫ້ຕົວໜັງສືປະກົດຂຶ້ນ ແລະ ອ່ານງ່າຍກວ່າ. ເຈ້ຍໃບໄມ້ແຕ່ລະໃບໄດ້ຂຽນຄືແນວນັ້ນ, ຫຼັງຈາກນັ້ນໄດ້ໜາຍເລກໃສ່ແຕ່ລະໜ້າ, ພົ່ນສີຮັກສາແລ້ວເຮັດເປັນປຶ້ມທີ່ມີໜ້າປົກເຮັດດ້ວຍໄມ້ທີ່ທົນທານ”.

ທ່ານ Lot Loengໄດ້ຖ່າຍທອດສິດສອນໃຫ້ນັກຮຽນຫຼາຍຄົນ

Pat Burat, ນັກຮຽນຊັ້ນມໍ 6 ພວມຮຽນເຕັກນິກຂຽນຕົວໜັງສືໃສ່ໃບໄມ້ຈາກທ່ານ Lot Loeng ແບ່ງປັນວ່າ: ເມື່ອກ່ອນ, ຕົນເອງພຽງແຕ່ຮູ້ຈັກເຖິງ Sleukrit ຜ່ານຮູບເງົາເອກະສານເທົ່ານັ້ນ. ພາຍຫຼັງທີ່ເພື່ອນຊວນມາຮຽນ, ດ້ວຍຄວາມສະຫຼອກກອກ/ຢາກຮູ້ຢາກເຫັນ ໃນເບື້ອງຕົ້ນໄດ້ກາຍເປັນຄວາມັກຮັກ ແລະ ຄວາມມັກຮັກນັ້ນໄດ້ເຮັດໃຫ້ Pat ຕິດພັນກັບວຽກງານນີ້ໃນຕະຫຼອດໄລຍະຜ່ານມາ.

“ໃນເບື້ອງຕົ້ນທີ່ຮຽນຂຽນຕົວໜັງສືແມ່ນຍາກທີ່ສຸດ. ຕ້ອງຂຽນຕົວໜັງສືຕາມວິທີຕົວໜັງສືເດີມ. ເລື່ອງຂຽນໃສ່ໃບໄມ້ເຮັດໃຫ້ຂ້າພະເຈົ້າເບິ່ງຍາກ. ຂຽນຜິດກໍ່ຂີດໜຶ່ງ້ອງຂຽນໃໝ່ໝົດ. ແຕ່ພາຍຫຼັງທີ່ທານ້ຳມຶກ, ເຮັດໃຫ້ສະອາດ ແລະ ເຮັດເປັນເຫຼັ້ມ, ເບິ່ງຄືນຜົນງານຂອງຕົນຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດ. ຂ້າພະເຈົ້າຢາກສືບຕໍ່ເດີນຕາມອາຊີບນີ້ເພື່ອສາມາດຮັກສາມໍລະດົກວັດທະນະທຳຂອງລຸ້ນປູ່ລຸ້ນພໍ່”.

ທ່ານ Lot Loeng ກໍ່ແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກໃນການຮັກສາ ແລະ ພັດທະນາສິລະປະນີ້. ເລື່ອງຂຽນໃສ່ໃບໄມ້ບໍ່ພຽງແຕ່ແມ່ນວຽກງານທີ່ຮຽກຮ້ອງຕ້ອງມີເຕັກນິກສູງເທົ່ານັ້ນ, ຫາກຍັງແມ່ນວຽກງານຮຽກຮ້ອງຄວາມລະອຽດອ່ອນ ແລະ ຄວາມເມົາມົວອີກດ້ວຍ.

“ໃນຕະຫຼອເວລາ 20 ປີຜ່ານມາ, ຂ້າພະເຈົ້າໄດ້ຖ່າຍທອດສິດສອນໃຫ້ນັກຮຽນຫຼາຍຄົນ, ຈື່ບໍ່ໄດ້ວ່າມີເທົ່າໃດຄົນແລ້ວ. ບໍ່ແມ່ນຜູ້ໃດກໍ່ສາມາດຮຽນໃຫ້ຈົບໄດ້. ອາຊີບນີ້ບໍ່ໄດ້ຊ່ວຍໃຫ້ທຸກຄົນຫາເງິນໄດ້ຫຼາຍ ຫຼື ສ້າງຄວາມຮັ່ງມີໄດ້ໄວ. ຕ້ອງມີຄວາມເມົາມົວກັບບັນດາຄຸນຄ່າທີ່ເປັນມູນເຊື້ອຈຶ່ງຮຽນໄດ້. ສຸດທ້າຍຍັງເຫຼືພຽງ 2 3 ຄົນແມ່ນຮຽນຈົຮອດປະຈຸບັນ”.

ດ້ວຍການພັດທະນາຂອງອິນເຕີເນັດ, ໃນຊຸມປີມໍ່ໆມານີ້ ມີຫຼາຍຄົນໄດ້ຮູ້ຈັກ ແລະ ຊອກຊື້ປື້ມໃບໄມ້ໄປວາງສະແດງ, ຢູ່ວັດຕ່າງໆກໍ່ສັ່ງເຮັດປຶ້ມໃບໄມ້ທີ່ຂຽນຄືນບົດສວດມົນພຸດທະສາສະໜາ… ພ້ອມກັບຄວາມມານະພະຍາຍາມຂອງຕົນເອງ, ທ່ານ Lot Loeng ກໍ່ຮຽກຮ້ອງການຮ່ວມແຮງຮ່ວມໃຈຂອງປະຊາຄົມ ເພື່ອອະນຸລັກຮັກສາໃຫ້ແກ່ລຸ້ນຕໍ່ໆໄປ.

TAG
VOV/VOVworld/ຕົວໜັງສື/ປື້ມໃບໄມ້/ສີ່ແຈ/ຕາກແດດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ