logo

ທ່ານ Prom Vichet: ການເຄື່ອນໄຫວສ້າງຄວາມເມົາມົວກັບສິລະປະໃຫ້ເດັກນ້ອຍ ກຳປູເຈຍ

2025/8/17 | 09:00:00
(VOVWORLD) - ພວກນ້ອງນ້ອຍໄດ້ຮຽນແຕ້ມລວດລາຍ, ວິທີປະສົມສີ, ສ່ວນພວກນ້ອງຜູ້ໃຫຍ່ກວ່າ ໄດ້ຮຽນວິຊາຕ່າງໆຕາມພອນສະຫວັນ, ຄື: ວິຈິດສິນດັ້ງເດີມ, ວິຈິດສິນຍຸກສະໄໝ…
(ທ່ານ Prom Vichet ຜູ້ສ້າງຕັ້ງ “ອົງການຈິດຕະກອນ ຂະແມ ເພື່ອເດັກນ້ອຍ”)

ດ້ວຍປະສົບການ ແລະ ຄວາມຮັກທີສຸດກັບສິລະປະ, ພາຍຫຼັງພັກບຳນານ, ນັກແຕ້ມ Prom Vichet ໄດ້ສະຫງວນເວລາ ເພືຶ່ອສ້າງຕັ້ງອົງການຈິດຕະກອນ ກຳເຈຍ ເພື່ອເດັກນ້ອຍ. ນັບແຕ່ປີ 2012 ມາຮອດປະຈຸບັນ, ທ່ານໄດ້ ແລະ ພວມສິດສອນໂດຍບໍ່ເກັບຄ່າ, ສ້າງແຫຼ່ງບັນດານໃຈໃຫ້ຜູ້ຮຽນນັບຮ້ອຄົນ. ທ່ານເຊື່ອໝັ້ນວ່າ, ການສິສອນວິຈິດສິນໃຫ້ເດັກນັບແຕ່ຄາຍັງນ້ອຍ ຈະຊ່ວຍໃຫ້ພວກນ້ອງພັດທະນາບັນດາທັກສະດຳລົງຊີວິດຜ່ານສິລະປະ, ກໍຄືປະກອບສ່ວນອະນຸລັກຮັກສາບັນດາມໍລະດົກເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້.

“ພວກຂ້າພະເຈົ້າສິດສອນວິຈິດສິນໃຫ້ເດັກ ແລະ ໄວໜຸ່ມເພື່ອໃຫ້ພວກນ້ອງພັດທະນາທັກສະດຳລົງຊີວິດຢ່າງແທດຈິງໃນອະນາຄົດ. ຍ້ອນປະຈຸບັນ, ຢາກລ້ຽງເອົາຕົວເອງໄດ້ແມ່ນຕ້ອງມີທັກສະດ້ານວິຊາຊີບ. ເມື່ອມີກຳລັງຄວາມສາມາດ, ມີທັກສະຢ່າຄົບຖ້ວນ ເຖິງວ່າອາໄສຢູ່ແຫ່ງໃດກໍ່ຈະມີວຽກເຮັດງານທຳ. ພວກຂ້າພະເຈົ້າຢາກສຶກສາໃຫ້ເດັກນ້ອຍຕາມທິດດັ່ງກ່າວ”.

ທ່ານ Prom Vichet ສ້າງຕັ້ງ “ອົງການຈິດຕະກອນ ຂະແມ ເພື່ອເດັກນ້ອຍ” ດ້ວຍຄວາມຫວັງວ່າ ຊ່ວຍໃຫ້ເດັກນ້ອຍຢູ່ 4 ບ້ານ ຂຶ້ນກັບຕາແສງ Kraing Pong ເມືອງ Dangkao, ພະນົມເປັນ ພັດທະນາທັກສະດຳລົງຊີວິດຜ່ານການເຄື່ອນໄຫວແຕ້ມພາບ, ປະດິດຄິດສ້າງ ແລະ ແກະຄວັດສະຫຼັກ… ໃນຕອນເຊົ້າທຸກວັນອາທິດ, ບັນດານ້ອງນ້ອຍພາກັນເຂົ້າຮ່ວມຫ້ອງຮຽນພິເສດດັ່ງກ່າວ. ນ້ອງ Sreng Sovannarit, ອາຍຸ 11 ປີ, ສະແດງຄວາມພາກພູມໃຈເມື່ອໄດ້ຮຽນຢູ່ທີ່ນີ້.

“ມາແຫ່ງນີ້ຫຼານຮູ້ສຶກມ່ວນຫຼາຍ, ອາຈານສອນເຂົ້າໃຈງ່າຍທີ່ສຸດ, ຫຼານໄດ້ຮຽນຫຼາຍສິ່ງຫຼາຍຢ່າງທີ່ໃໝ່ອ່ຽມ. ຫຼານໄດ້ຮັບກະເປົາ, ສໍ ແລະ ເຄື່ອງໃຊ້ໃນການຮຽນ… ເມື່ອເຕີບໃຫຍ່ຂຶ້ມາ, ຫຼານກໍ່ຢາກເປັນຄູສອນວິຈິດສິນຄືຄູນີ້ລະ”.

(ພວກນ້ອງຜູ້ໃຫຍ່ກວ່າ ໄດ້ຮຽນວິຊາຕ່າງໆຕາມພອນສະຫວັນ, ຄື: ວິຈິດສິນດັ້ງເດີມ, ວິຈິດສິນຍຸກສະໄໝ…)

ປະຈຸບັນ, ມີຜູ້ຮຽນກວ່າ 30 ຄົນພວມຮ່ຳຢູ່ແຫ່ງນີ້. ພວກນ້ອງນ້ອຍໄດ້ຮຽນແຕ້ມລວດລາຍ, ວິທີປະສົມສີ, ສ່ວນພວກນ້ອງຜູ້ໃຫຍ່ກວ່າ ໄດ້ຮຽນວິຊາຕ່າງໆຕາມພອນສະຫວັນ, ຄື: ວິຈິດສິນດັ້ງເດີມ, ວິຈິດສິນຍຸກສະໄໝ… ບັນດາທັກສະດັ່ງກ່າວໄດ້ຊ່ວຍໃຫ້ພວກນ້ອງເດີນຕາມຄວາມເມົາມົວແລະ ອາຊີບທີ່ຕົນມັກໃນອະນາຄົດ. ອ້າຍ Ith Bun Thoen, ຄູອາສາສະໝັກຢູ່ “ອົງການຈິດຕະກອນ ຂະແມ ເພື່ອເດັກນ້ອຍ”, ສະແດງຄວາມໃນໃຈວ່າ:

“ຂ້າພະເຈົ້າມາແຫ່ງນີ້ຍ້ອນຄວາມເມົາມົວ ກໍຄືຢາກຊ່ວຍໃຫ້ພວກນ້ອງນັກຮຽນຮຽນໄດ້ທັກສະແຕ້ມພາບເພື່ອພັດທະນາທັກສະດຳລົງຊີວິດ ແລະ ກຳນົດອາຊີບຂອງຕົນ, ຄືດັ່ງທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າບັນລຸໄດ້. ປະຈຸບັນ, ຂ້າພະເຈົ້າພວມເຮັດວຽກຢູ່ບໍລິສັດອອກແບບກຣາຟິກຢູ່ ພນົມເປັນ ດ້ວຍບັນດາທັກສະທີ່ຂ້າພະເຈົ້າມີໂອກາດໄດ້ຮ່ຳຮຽນຢູ່ແຫ່ງນີ້".

ເຖິງຢ່າງໃດກໍ່ຕາມ, ເພື່ອຮັບປະກັນໃຫ້ຫ້ອງຮຽນໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງນັ້ນບໍ່ແມ່ນເລື່ອງງ່າຍ. ອົງການຈິດຕະກອນ ຂະແມ ເພື່ອເດັກ ປະສົບກັບຄວາມຫຍຸ້ງຍາກດ້ານທຶນຮອນໃນການສະໜອງອຸປະກອນແຕ້ມ, ຄາບເຂົ້າທ່ຽງໃຫ້ແກ່ນັກຮຽນ ແລະ ບັນດາລາຍຈ່າຍອື່ນໆເປັນປະຈຳ. ຕໍ່ໜ້າຄວາມຫຍຸ້ງຍາກເຫຼົ່ານັ້ນ, ທ່ານ Prom Vichet ຍັງຕັດສິນໃຈຮັກສາການສິດສອນຢູ່.

“ເພື່ອໃຫ້ພວກນ້ອງນັກຮຽນແຕ້ມພາບ, ພວກຂ້າພະເຈົ້າຕ້ອງຊື້ເຈ້ຍ, ຟອຍທາສີ, ສໍ… ວັດສະດຸອຸປະກອນທີ່ມີລາຄາແພງ. ຄອບຄົວຂ້າພະເຈົ້າເປັນຫ່ວງຫຼາຍ, ບາງຄັ້ງໄດ້ຄິດເຖິງເລື່ອງປິດຫ້ອງຮຽນ. ເດັກນ້ອຍບາງຄົນມາຖາມວ່າ “ລຸງເອີຍ, ລຸງຢາກປິດຫ້ອງຮຽນແທ້ບໍ່? ແຕ່ຫຼານພວມຮຽນຢູ່ນີ້ໃດ໋”. ບາງຄົນກໍ່ເວົ້າວ່າ “ຫຼານຮຽນຢູ່ທີ່ນີ້ເປັນປີທີ 3 ແລ້ວ, ຖ້າປິດຫ້ອງຮຽນ ຫຼານບໍ່ຮູ້ວ່າຈະເຮັດແນວໃດ?” ສາຍຕາຂອງພວກນ້ອງໄດ້ເຂົ້າເຖິງຫົວໃຈຂອງຂ້າພະເຈົ້າ, ກະຕຸກຊຸກຍູ້ຂ້າພະເຈົ້າຕ້ອງສືບຕໍ່ປະຕິບັດວຽກງານນີ້”.

ດ້ວຍຄວາມມານະພະຍາຍາມ ແລະ ຄວາມຢຶດໝັ້ນຂອງທ່ານ Prom Vichet, ຜ່ານໄລຍະກວ່າທົດສະວັດ,ນັກຮຽນນັບຮ້ອຍຄົນໄດ້ສຳເລັດການຮຽນຢູ່ “ອົງການຈິດຕະກອນ ຂະແມ ເພື່ອເດັກນ້ອຍ”. ໃນນັ້ນ, ມີຫຼາຍຄົນສືບຕໍ່ອາຊີບເປັນນັກແຕ້ມພາບ ຫຼື ວິຈິດສິນເປັນມືອາຊີບ, ກາຍເປັນຜູ້ແກະຄວັດສະຫຼັກ,  ນັກແຕ້ມພາບກະຕູນ… ຫຼັງຈາກນັ້ນ, ບັນດານັກຮຽນຂອງທ່ານກໍ່ເປັນຜູ້ສືບຕໍ່ສິດສອນໃຫ້ລຸ້ນຕໍ່ໄປ, ສ້າງຄວາມເມົາມົວກັບສິລະປະໃຫ້ເດັກນ້ອຍ ກຳປູເຈຍ ຫຼາຍລຸ້ນຄົນ.

TAG
VOV/VOVworld/ວິ​ຈິດ​ສິນ/ດັ້ງເດີມ/ວິ​ຈິ​ດ​ສິນ/ຍຸກ​ສະ​ໄໝ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ