logo

ທ່ານ Trump ຕຳ​ໜິ​ຕິ​ຕຽ​ນ​ຂໍ້​ຕົກ​ລົງ​ຂອງ​ສານ​ສູງ​ສຸດ, ປະ​ກາດ​ຍັງ​ຈັດ​ວາງ​ ​ອັດ​ຕາ​ພາ​ສີ 10%

2026/2/21 | 08:15:17
(VOVWORLD) - ທ່ານ Donald Trump ຖືວ່າ, ສານບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງພຽງພໍ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ເນັ້ນໜັກວ່າການຕັດສິນຂອງ ສ່ວນຫຼາຍຜູ້ພິພາກສາ ອາດສາມາດກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມສາມາດປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງ ອາເມລິກາ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ  ກ່າວຄຳເຫັນທີ່ການຖະແຫຼງຂ່າວ ພາຍຫຼັງການການຕັດສິນ ກ່ຽວກັບຂອງສານສູງສຸດ (ພາບ: REUTERS/Kevin Lamarque)

ປະຕິກິລິຍາຕໍ່ໜ້າການຕັດສິນກ່ຽວກັບດ້ານພາສີອາກອນຂອງສານສູງສຸດ, ວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຕຳໜິຕິຕຽນຢ່າງແຮງການຕັດສິນນີ້, ຖືນີ້ແມ່ນການຕັດສິນທີ່ເປັນໜ້າຜິດຫວັງຢ່າງເລິກເຊິ່ງ ແລະ ສະແດງຄວາມບໍ່ເພິ່ງພໍໃຈຕໍ່ສະມາຊິກຂອງສານຈຳນວນໜຶ່ງ. ທ່ານ Donald Trump ຖືວ່າ, ສານບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງພຽງພໍ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ເນັ້ນໜັກວ່າການຕັດສິນຂອງ ສ່ວນຫຼາຍຜູ້ພິພາກສາ ອາດສາມາດກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມສາມາດປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງ ອາເມລິກາ.

ໃນສື່ສັງຄົມອອນໄລ Truth Social, ທ່ານ Donald Trump ຢັ້ງຢືນວ່າ ອຳນາດການປົກຄອງຂອງ ທ່ານ ຈະສືບຕໍ່ນຳໃຊ້ເຄື່ອງມືນິຕິກຳ ທີ່ມີຢູ່ແລ້ວເພື່ອປົກປ້ອງວິສາຫະກິດ ແລະ ຜູ້ອອກແຮງງານ ອາເມລິກາ, ພ້ອມທັງຖືວ່າ ການຕັດສິນຂອງ ສານສູງສຸດພຽງແຕ່ຈຳກັນຮູບແບບຈັດວາງໃສ່ພາສີອາກອນຮູບແບບໃດໜຶ່ງ, ບໍ່ເຮັດໃຫ້ຫຼຸດລົງສິດອຳນາດທີ່ກວ້າງໃຫຍ່ຂອງປະທານາທິບໍດີ ໃນຂົງເຂດການຄ້າ.

ກ່ອນໜ້ານັ້ນ, ສານສູງສຸດອາເມລິກາ ໄດ້ຕັດສິນວາ ນະໂຍບາຍການຄ້າຂອງ ທ່ານປະທານາທິບໍດີ Donald Trump ໄດ້ ລ່ວງເກີນສິດອຳນາດ ໃນການຈັດວາງໃສ່ອັດຕາພາສີອາກອນລະດັບໃໝ່ສຳລັບສິນຄ້ານຳເຂົ້າ, ອີງຕາມກົດໝາຍທີ່ພຽງແຕ່ໝູນໃຊ້ໃນສະພາບສຸກເສີນຂອງປະເທດຊາດ.

TAG
VOV/VOVworld/Donald Trump/​ສານ​ສູງ​ສຸດ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ