logo

ທ່ານນາງ ຕອງທິຟ໋ອງ ຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ

2018/5/15 | 11:04:00
(VOVWORLD) -ຕອນເຊົ້າວັນທີ 15 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕອງທິຟ໋ອງ  ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວນຳໜ້າ ເຊິ່ງພວມຢ້ຽມຢາມຫວຽດນາມ.

ທ່ານນາງ ຕອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ

(ພາບ: Duong Giang/ TTXVN)

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຄວາມສາມັກຄີ, ສະໜິດຕິດພັນໃນສາຍພົວພັນລະຫວ່າງຫວຽດນາມ - ລາວ ທຸກຂັ້ນ; ພ້ອມທັງສະເໜີໃຫ້ຄະນະຊາວໜຸ່ມສອງປະເທດສົມທົບກັນໃນບັນດາການເຄື່ອນໄຫວໂຄສະນາເຜີຍແຜ່, ການສຶກສາໃຫ້ຄົນລຸ້ນໜຸ່ມເປັນປະຈຳເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ, ສືບທອດ, ຮັກສາ, ເຮັດໃຫ້ການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງ ແລະ ຈະເລີນງອກງາມກວ່າ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ຢັ້ງຢືນວ່າ ການນຳຂັ້ນສູງສອງປະເທດຍາມໃດກໍເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ສອງອົງການຈັດຕັ້ງຊາວໜຸ່ມຂອງສອງປະເທດ ຮ່ວມມື, ເສີມຂະຫຍາຍທ່າແຮງຂອງຊາວໜຸ່ມໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ສ່ວນທ່ານ ອາລຸນໄຊ ສູນນະລາດ ໄດ້ຢັ້ງຢືນວ່າ ຈະສືບຕໍ່ເພີ່ມພູນຄູນສ້າງ, ຮັດແໜ້ນນ້ຳໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ຊາວໜຸ່ມໃນໄລຍະຈະມາເຖິງ.

TAG
VOV/VOVworld/ຕອງ​ທິ​ຟ໋ອງ/ຊາວ​ໜຸ່ມ​ລາວ/ອາ​ລ​ຸນ​ໄຊ ສູນ​ນະ​ລາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ