logo

ທ່ານ​ນາງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ແທງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ

2024/11/26 | 08:07:56
(VOVWORLD) - ຕອນຄ່ຳວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຫວຽດນາມ - ລາວ ໄດ້ໃຫ້ການຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ.
ທ່ານນາງ ຮອງປະທານສະພາແຫ່ງຊາດ ຫງວຽນທິແທງ ຕ້ອນຮັບທ່ານນາງ ຄຳເພົາ ເອີທະວັນ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ (ພາບ: quochoi.vn)

ນະທີ່ນີ້, ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ກົມການເມືອງສອງປະເທດໄດ້ມີກອງປະຊຸມ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ, ເຫັນດີເປັນເອກະພາບຕໍ່ບັນດາກຳນົດທິດໃຫຍ່ແກ່ການພົວພັນຮ່ວມມື ຫວຽດນາມ - ລາວ ໃນໄລຍະຈະມາເຖິງ. ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະ ແລະ ບັນດາກົນໄກຮ່ວມມືສອງຝ່າຍ ສືບຕໍ່ໄດ້ຮັບການຮັກສາ ແລະ ຜັນຂະຫຍາຍໃຫ້ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ. ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລາວ ຈະຍູ້ແຮງການພົບປະ, ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ມາດຕະການຊຸກຍູ້ການພົວພັນລະຫວ່າງສອງສະພາແຫ່ງຊາດ; ພ້ອມດຽວກັນນັ້ນ, ກໍ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວແລກປ່ຽນວັດທະນະທຳ, ເຫດການສຳຄັນທີ່ຈັດຂຶ້ນຢູ່ສອງປະເທດ.

        ສ່ວນທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນເຮັດໃຫ້ການພົວພັນສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດນັບມື້ນັບໜຽວແໜ້ນກວ່າເກົ່າ. 

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ