logo

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຄັດເລືອກຄູ່ຮ່ວມມື, ເຕັກໂນໂລຊີ ທີ່ເໝາະສົມ ເພື່ອຈັດຕັ້ງຜັນຂະຫຍາຍ ໂຄງການໄຟຟ້ານິວເຄຼຍ ນິງທ້ວນ 2

2026/1/8 | 08:51:00
(VOVWORLD) - ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃນໄລຍະຈະມາເຖິງໃຫ້ ກະຊວງອຸດສາຫະກຳ-ການຄ້າ ເຮັດສຳເລັດເອກະສານ, ລາຍງານເລື່ອງຢຸດຕິການຮ່ວມມືກ່ຽວກັບການລົງທຶນກໍ່ສ້າງໂຮງງານໄຟຟ້ານິວເຄຍ ນິງທ້ວນ 2 ກັບຄູ່ຮ່ວມມືກ່ອນໜ້ານີ້ ແລະ ກຽມພ້ອມການເຈລະຈາໃຫ້ຖືກຕາມຂໍ້ກຳນົດຂອງກົດໝາຍສົນທິສັນຍາສາກົນ ແລະ ກົດໝາຍທີ່ກ່ຽວຂ້ອງ
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ 

ຕ້ອງຄັດເລືອກຄູ່ຮ່ວມມື, ເຕັກໂນໂລຊີ ທີ່ເໝາະສົມໂດຍໄວເພື່ອຜັນຂະຫຍາຍໂຄງການໄຟຟ້ານິວເຄຍ ນິງທ້ວນ 2. ນີ້ແມ່ນການຊີ້ນຳຂອງ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຢູ່ວາລະປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳ ການກໍ່ສ້າງໂຮງງານໄຟຟ້ານິວເຄຍ, ທີ່ຈັດຂຶ້ນໃນວັນທີ 7 ມັງກອນ ຢູ່ ສຳນັກງານຫ້ອງວ່າການລັດຖະບານ (ຮ່າໂນ້ຍ).

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ນຳກອງປະຊຸມ 

ທີ່ວາລະປະຊຸມ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃນໄລຍະຈະມາເຖິງໃຫ້ ກະຊວງອຸດສາຫະກຳ-ການຄ້າ ເຮັດສຳເລັດເອກະສານ, ລາຍງານເລື່ອງຢຸດຕິການຮ່ວມມືກ່ຽວກັບການລົງທຶນກໍ່ສ້າງໂຮງງານໄຟຟ້ານິວເຄຍ ນິງທ້ວນ 2 ກັບຄູ່ຮ່ວມມືກ່ອນໜ້ານີ້ ແລະ ກຽມພ້ອມການເຈລະຈາໃຫ້ຖືກຕາມຂໍ້ກຳນົດຂອງກົດໝາຍສົນທິສັນຍາສາກົນ ແລະ ກົດໝາຍທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ສ້າງແຜນງານການເຈລະຈາສຳລັບ ບັນດາເນື້ອໃນທີ່ຍັງບໍ່ທັນເປັນເອກະພາບເພື່ອແລກປ່ຽນ, ເຈລະຈາກັບບັນດາຄູ່ຮ່ວມມືກ່ຽວກັບການຮ່ວມມືລົງທຶນກໍ່ສ້າງໂຮງງານໄຟຟ້ານິວເຄຍ ນິງທ້ວນ 1, ລາຍງານຂັ້ນຜູ້ມີສິດອຳນາດຕັດສິນ ບັນດາບັນຫາຄົງຄ້າງຕິດຂັດທີ່ເກີດຂຶ້ນໃໝ່ຢ່າງທັນການ ເພື່ອຮັບປະກັນໃຫ້ສຳເລັດໃນເດືອນມັງກອນ ປີນີ້.

TAG
VOV/VOVworld/ໂຮງງານໄຟຟ້ານິວເຄຍ ນິງທ້ວນ 2

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ