logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແຖວ​ໜ້າ​ ຈີນ

2026/1/10 | 07:55:00
(VOVWORLD) - ຕອນຄ່ຳວັນທີ 09 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ແຢນຈ້ຽວເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ, ວິສາຫະກິດເອກະຊົນໃຫຍ່ຂອງ ຈີນ ໃນຂົງເຂດການລົງທຶນ, ກໍ່ສ້າງ, ບໍລິຫານ ແລະ ຄຸ້ມຄອງພື້ນຖານໂຄງລ່າງ.
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ແຢນຈ້ຽວເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຕີລາຄາສູງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ ໄລຍະຜ່ານມາ ໄດ້ເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງສຳຄັນຢູ່ ຮ່າໂນ້ຍ ດ້ວຍບົດບາດເປັນຜູ້ຮັບເໝົາ ແລະ ຊົມເຊີຍຂໍ້ລິເລີ່ມຂອງກຸ່ມບໍລິສັດຕໍ່ກັບການເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ; ສະເໜີກຸ່ມບໍລິສັດຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ຢ່າງແໜ້ນແຟ້ນດ້ວຍບັນດາກິດຈະກຳ, ຜະລິດຕະພັນລະອຽດ, ດີເດັ່ນຕິດພັນກັບການຖ່າຍທອດເຕັກໂນໂລຢີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນສອງປະເທດ.

        ສ່ວນທ່ານ ແຢນຈ້ຽວເຂືອ ໃຫ້ຮູ້ວ່າ ກຸ່ມບໍລິສັດ ປາຊີຟິກ ໄດ້ຮັບເໝົາ ແລະ ພວມຜັນຂະຫຍາຍ 3 ໂຄງການໃຫຍ່ຢູ່ ຮ່າໂນ້ຍ; ພ້ອມທັງສະແດງຄວາມປາດຖະໜາຢາກເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່, ສືບຕໍ່ຮ່ວມມືຍາວນານຢູ່ ຫວຽດນາມ.

TAG
VOV/VOVworld/ກຸ່ມບໍລິສັດ ປາຊີຟິກ/ພື້ນ​ຖານ​ໂຄງ​ລ່າງ/ກຸ່ມ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ຂອງ​ຈີນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ