ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງແລະ ທ່ານປະທານສະພາຕ່ຳ ຈໍແດນ Mazen Turki El Qadi (ພາບ: VOV)
|
ຕອນເຊົ້າວັນທີ 3 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາຕ່ຳ ຈໍແດນ Mazen Turki El Qadi ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 2 - 5 ກຸມພາ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາຕ່ຳ Mazen Turki El Qadi ເຫັນດີເປັນເອກະພາບແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສ້າງຕັ້ງ ແລະ ຈັດຕັ້ງປະຕິບັດບັນດາກົນໄກ, ຂອບເຂດການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ສ້າງອົງການຕາງໜ້າປະຈຳຢູ່ນະຄອນຫຼວງຂອງແຕ່ລະປະເທດ; ຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງ, ສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດຳເນີນທຸລະກິດຫວຽດນາມ - ຈໍແດນ, ຊຸກຍູ້ການລົງນາມບັນດາຂໍ້ຕົກລົງການຮ່ວມມືສຳຄັນກ່ຽວກັບການຍົກເວັ້ນວິຊາ, ອາລັກຂາການລົງທຶນ ແລະ ຫຼີກລ້ຽງການເກັບພາສີສອງຄັ້ງ.
ກ່ຽວກັບເສດຖະກິດ, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຍົກສູງວົງເງິນການຄ້າຂຶ້ນເປັນ 500 ລ້ານ USD ໃນປີ 2030 ແລະ 1 ຕື້ USDໃນປີ 2035, ຍູ້ແຮງການເປີດປະຕູຕະຫຼາດໃຫ້ແກ່ສິນຄ້າ, ຮັບປະກັນການປ້ອງກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພັດທະນາຂະແໜງ Halal… ສອງຝ່າຍກໍ່ແລກປ່ຽນບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ພັດທະນາກ່ຽວກັບຂົງເຂດສາທາລະນະລັດ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການທາບທາມ, ປະສົມປະສານ, ສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.




