logo

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

2025/1/10 | 10:02:00
(VOVWORLD) - ມາຮອດປະຈຸບັນ, ແກ້ໄຂຫຼາຍບັນຫາທີ່ຍັງຄ້າງໄວ້ຢ່າງເຖິງທອງ ແລະ ວາງອອກທິດທາງຮ່ວມມື 2 ຝ່າຍໃນປີ 2025.
(ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ຕອນເຊົ້າວັນທີ 10 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໝາກຜົນພົ້ນເດັ່ນໃນການພົບປະແລກປ່ຽນກັບທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ກໍຄືກອງປະຊຸມຮ່ວມມື ແລະ ລົງທຶນ ຫວຽດນາມ - ລາວ 2025; ທ່ານໄດ້ເນັ້ນໜັກວ່າ, 2 ຝ່າຍໄດ້ສຳຫຼວດກວດຄືນການຮ່ວມມື 2 ຝ່າຍໃນທຸກຂົງເຂດ ນັບແຕ່ພາຍຫຼັງກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ມາຮອດປະຈຸບັນ, ແກ້ໄຂຫຼາຍບັນຫາທີ່ຍັງຄ້າງໄວ້ຢ່າງເຖິງທອງ ແລະ ວາງອອກທິດທາງຮ່ວມມື 2 ຝ່າຍໃນປີ 2025.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ- ຫວຽດນາມ. ຊົມເຊີຍໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ທ່ານສະເໜີໃຫ້ບັນດາອົງການ, ຄະນະ, ຂະແໜງການຂອງ 2 ປະເທດຕັ້ງໜ້າສຸມໃສ່ບັນດາໝາກຜົນເຊິ່ງການນຳ 2 ປະເທດໄດ້ເປັນເອກະພາບ; ພ້ອມທັງ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ ລາວ - ຫວຽດນາມ, ໂດຍສະເພາະແມ່ນດ້ານການເງິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ທ່ອງທ່ຽວ…

TAG
VOV/VOVworld/ຮ່ວມ​ມື​/ທະ​ວີ​/ພາ​ຄີ/ພະ​ລັງ​ງານ/ໂທ​ລະ​ຄົມ​ມະ​ນາ​ຄົມ/ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ