logo

ທ່ານນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ມິງ​ຈິງ: ວາງ​ແຜນ​ກຳ​ນົດກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

2026/2/22 | 10:08:39
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການນີ້ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງອວຍພອນບຸນເຕັດ ບັນດາຫົວໜ່ວຍກໍ່ສ້າງເສັ້ນທາງລົດໄຟເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ (ພາບ: TTXVN)

ຕອນເຊົ້າວັນທີ 22 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການນີ້ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.

ຢູ່ສະນານີລົດໄຟອຸມົງ S9 - ກິມມ້າ, S11 - ວັນມຽວ ແລະ ສະຖານນີ S12 - ເຈິ່ນຮຶງດ້າວ, ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາໂດຍກົງສະພາບການກໍ່ສ້າງ, ຮັບຟັງບົດລາຍງານ, ບັນດາລາຍການພວມປະຕິບັດ ແລະ ແຜນການຜັນຂະຫຍາຍໃນໄລຍະຈະມາເຖິງ; ຢຶ້ຢາມຖາມຂ່າວ, ອວຍພອນບຸນເຕັດ ແລະ ມອບຂອງຂວັນລະດົມຖັນແຖວພະນັກງານ, ນັກເຕັກນິກ, ນັກຊ່ຽວຊານ ແລະ ກຳມະກອນເຮັດວຽດໝົດບຸນເຕັດ ໃນສະຖານທີ່ກໍ່ສ້າງ, ສຳຫຼວດສະຖານທີ່ຕົວຈິງໃນອຸມົງກໍ່ສ້າງ… ໃນສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຕ້ອງປ່ຽນແປງຈິນຕະນາການ, ວິທີການ ກໍ່ຄືການສຳຜັດເພື່ອຍູ້ໄວຄວາມຄືບໜ້າ, ຄຸນນະພາບໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງ ຮ່າໂນ້ຍ ຕອນໂຍນ - ສະຖານີລົດໄຟ ຮ່າໂນ້ຍ

ຫຼັງຈາກນັ້ນ, ທີ່ການເຮັດວຽກກັບກະຊວງ, ຂະແໜງການ, ອົງການສູນກາງ, ນະຄອນຮ່າໂນ້ຍ, ນັກລົງທຶນ, ຜູ້ຮັບເໝົາການອອກແບບ, ຫົວໜ່ວຍກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍ 2045 ຮ່າໂນ້ຍ ມີເສັ້ນທາງລົດໄຟໃນຕົວເມືອງກວ່າ 600 ກີໂລແມັດ, ຄວາມໄວຈັດຕັ້ງປະຕິບັດໃນຊຸມປີຈະມາເຖິງຕ້ອງເພີ່ມຂຶ້ນນັບສິບເທົ່າໃນຊຸມປີຜ່ານມາ.

TAG
VOV/VOVworld/ເສັ້ນ​ທາງ​ລົດ​ໄຟ/ຫວຽດ​ນາມ/ກໍ່​ສ້າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ