logo

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຊູ​ແອັດ​ມາ​ລົງ​ທຶນ​ຢູ່​ຂົງ​ເຂດ​ເສດ​ຖະ​ກິດ​ໝູນ​ວຽນ

2026/1/31 | 07:51:59
(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຊູແອັດ, ຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ເອີລົບເໜືອ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ (ພາບ: VGP)

ຕອນບ່າຍວັນທີ 30 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ແລະ ທ່ານ Dennis Nobelius ຜູ້ອຳນວຍການໃຫຍ່ ບໍລິສັດ SYRE ສັງກັດກຸ່ມບໍລິສັດ ຕຳແຜ່ນຕັດຫຍິບ H&M, ເຊິ່ງແມ່ນເຄື່ອງໝາຍແຟຊັນທີ່ມີຊື່ສຽງໃນໂລກຂອງ ຊູແອັດ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຊູແອັດ, ຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ເອີລົບເໜືອ, ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ ແນວຄິດຈະມາລົງທຶນຢູ່ ຫວຽດນາມ ຂອງ SYRE ແລະ ທ່ານມອບໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັບກຸ່ມບໍລິສັດຢ່າງແໜ້ນແຟ້ນ ກ່ຽວກັບບັນດາບັນຫາລະອຽດ.

ສ່ວນ ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ແລະ ທ່ານ Dennis Nobelius ຜູ້ອຳນວຍການໃຫຍ່ ບໍລິສັດ SYRE ໃຫ້ຮູ້ວ່າ ຈະສືບຕໍໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຕາມເນື້ອໃນທີ່ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບັນດາໂຄງການເໝາະສົມກັບການກຳນົດທິດພັດທະນາຂອງ ຫວຽດນາມ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ສະຫະພາບເອີລົບ (EU) ແລະ ຫວຽດນາມ - ຊູແອັດ.

TAG
VOV/VOVworld/ຫວຽດ​ນາມ/ຊູ​ແອັດ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ