logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ອາ​ເມ​ລິ​ກາ

2026/1/11 | 09:51:20
(VOVWORLD) - ຕອນບ່າຍວັນ ທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: VOV)

ທີ່ການຕ້ອນຮັບຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຢັ້ງຢຶນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າການຮ່ວມມືເສດຖະກິດ ການຄ້າແມ່ນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ, ທ່ານຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດ Knapper ໃນການເປີດຕະຫຼາດໃຫ້ແກ່ສິນຄ້າສອງຝ່າຍ, ຊຸກຍູ້ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນ, ເປິດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສິ້ນສຸດການເຈລະຈາສັນຍາການຄ້າສະສົມ, ຍຸຕິທຳ ແລະ ມີຄວາມດຸ່ນດ່ຽງ, ສ້າງພື້ນຖານສະຖຽນລະພາບ ໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ວົງຄະນະຍາດວິສາຫະກິດສອງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ ອາເມລິກາ ມີຄວາມເປັນເອກະພາບວ່າສອງຝ່າຍຕ້ອງສືບຕໍ່ເປີດກວ້າງການຮ່ວມມືໃຫ້ຫຼາຍກ່ວາອີກ ໃນບັນດາຂົງເຂດຫຼັກແຫຼ່ງ, ຄື: ການເມືອງ ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ພະລັງງານ, ມະນຸດສະທຳ ແລະ ແກ້ໄຂຜົນຕາມມາຈາກສົງຄາມ, ວິທະຍາສາດ, ເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນນະນຸດ…

TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ