logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS

2026/2/25 | 13:14:01
(VOVWORLD) - ປະຈຸບັນ 2 ປະເທດພວມຢູ່ໃນສັງກາດພັດທະນາໃໝ່; ການພົວພັນລະຫວ່າງ 2 ປະເທດຕ້ອງສືບຕໍ່ໄດ້ຮັບການເພີ່ມທະວີ, ເປີດກວ້າງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ.
ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ການຕ້ອນຮັບທ່ານ Andrey Kondrashov, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS
(ພາບ: TTXVN)

          ຕອນບ່າຍວັນທີ 25 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Andrey Kondrashov, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS ຂອງສະຫະພັນ ລັດເຊຍ ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ຕາມຄຳເຊີນຂອງສຳນັກຂ່າວສານ ຫວຽດນາມ.

ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ທີ່ພວມພັດທະນາຢ່າງດີງາມ, ທ່ານນາຍົກລັດຖະມົນຕີຖືວ່າ ປະຈຸບັນ 2 ປະເທດພວມຢູ່ໃນສັງກາດພັດທະນາໃໝ່; ການພົວພັນລະຫວ່າງ 2 ປະເທດຕ້ອງສືບຕໍ່ໄດ້ຮັບການເພີ່ມທະວີ, ເປີດກວ້າງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ. ໃນວິວັດການນັ້ນຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການສື່ມວນຊົນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສຳນັກຂ່າວສານ ຫວຽດນາມ ແລະ TASS ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນນຳໃຊ້ພາສາ ລັດເຊຍ ແລະ ພາສາ ຫວຽດ, ຮັກສາການຮ່ວມມືໃນທຸກຊ່ອງທາງໃຫ້ມີປະສິດທິຜົນ. ທ່ານຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຈະສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ສຳບັນດາລາຍການ, ແຜນການຮ່ວມມືກັບ TASS.

TAG
VOV/VOVworld/​ອົງ​ການ/​ສື່ມວນ​ຊົນ/ພາ​ສາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ