ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ(ພາບ: VGP)
|
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ - ລະດູບານໃໝ່ປີມະເມຍ 2026, ຕອນເຊົ້າວັນທີ 14 ກຸມພາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ, ຢູ່ເຮືອນເລກທີ 67 ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ, ໃນທຳນຽບປະທານປະເທດ, ທີ່ນະຄອນຫຼວງ ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຕື້ນຕັນໃຈອາລຫາ, ຮູ້ບຸນຄຸນຂອງປະທານ ໂຮ່ຈີມິນ. ຜູ້ທີ່ບໍ່ພຽງແຕ່ປະພາລະກິດການປະຕິວັດທີ່ຍິ່ງໃຫຍ່ໄວ້ໃຫ້ຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງປະມໍລະດົກອັນສູງສົ່ງໄວ້ໃຫ້ທົ່ວພັກ, ທົ່ວປວງຊົນ: ນັ້ນແມ່ນແວ່ນແຍງໄສແຈ້ງກ່ຽວກັບຄຸນສົມບັດອັນສູງສົ່ງ, ສູ້ຊົນຕະຫຼອດຊີວິດ, ການເສຍສະຫຼະໃຫ້ແກ່ປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີ ແລະ ຄະນະປະຕິບັດງານໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຍູ້ແຮງວຽກງານຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດ ໂຮ່ຈີມິນ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ການປະຕິວັດໃນໄລຍະໃໝ່; ປະກອບສ່ວນສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ.




