logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ

2026/1/7 | 09:37:58
(VOVWORLD) - ທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນ ໄດ້ອະນຸມັດຜ່ານແຜນນະໂຍບາຍລົງທຶນ 2 ໂຄງການ, ລວມມີ: ທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ແລະ ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ
(ທີ່ກອງປະຊຸມ)

ຕອນຄ່ຳວັນທີ 06 ມັງກອນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນແຫ່ງຊາດຂົງເຂດທາງລົດໄຟ ໄດ້ເປັນປະທານວາລະປະຊຸມເທື່ອທີ 5 ຂອງຄະນະຊີ້ນຳ, ເຊື່ອມຕໍ່ທາງໄກກັບ 18 ແຂວງ, ນະຄອນທີ່ມີໂຄງການທາງລົດໄຟໄປຜ່ານ.

ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນ ໄດ້ອະນຸມັດຜ່ານແຜນນະໂຍບາຍລົງທຶນ 2 ໂຄງການ, ລວມມີ: ທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ແລະ ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ; ໂດຍໄດ້ເລີ່ມລົງມືກໍ່ສ້າງໂຄງການພາກສ່ວນ 1 ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລ້ວ.

ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ປະຕິບັດເລື່ອງສຸມໃສ່ນຳພາ, ກຳລັງ, ແຫຼ່ງກຳລັງຢ່າງເຂັ້ມງວດ ເພື່ອຮັບປະກັນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ.

“ການຜັນຂະຫຍາຍບັນດາໂຄງການນັ້ນໂດຍຕາມເນື້ອໃນຈິດໃຈ “3 ມີ”: ມີຜົນປະໂຫຍດຂອງລັດ, ຂອງປະຊາຊົນ ແລະ ຂອງວິສາຫະກິດ. “2 ບໍ່” ແມ່ນ: ບໍ່ສໍ້ລາດບັງຫຼວງ, ຫຍໍ້ທໍ້, ບໍ່ປະໃຫ້ຮົ່ວໄຫຼ, ຟູມເຟືອຍຊັບສິນ, ເຫື່ອແຮງ, ເງິນຄຳຂອງປະຊາຊົນ”.

TAG
VOV/VOVworld/​ລົດ​ໄຟ​/ຄວາມ​ໄວ​ສູງ/ກໍ່​ສ້າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ