logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມຄັ້ງທີ 17 ສະພາແຂ່ງຂັນຍ້ອງຍໍສູນກາງ

2026/1/29 | 11:48:55
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ໃນອາຍຸການຜ່ານມາ, ບັນດາຂະບວນການແຂ່ງຂັນຮັກຊາດໄດ້ກາຍເປັນກຳລັງແຮງຢ່າງໃຫຍ່ຫຼວງ, ນຳປະເທດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)

        ຕອນເຊົ້າວັນທີ 29 ມັງກອນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ (ສະພາ) ໄດ້ເປັນປະທານວາລະປະຊຸມຄັ້ງທີ 17 ຂອງສະພາ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ໃນອາຍຸການຜ່ານມາ, ບັນດາຂະບວນການແຂ່ງຂັນຮັກຊາດໄດ້ກາຍເປັນກຳລັງແຮງຢ່າງໃຫຍ່ຫຼວງ, ນຳປະເທດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຸມໃສ່ 9 ການກຳນົດທິດໃຫຍ່ກ່ຽວກັບຂະບວນການແຂ່ງຂັນຮັກຊາດທີ່ໄດ້ຍົກອອກມາທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI, ຄື: ສຸມໃສ່ນະວັດຕະກຳ, ພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ…

        “ຜ່ານກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຂ້າພະເຈົ້າສະເໜີວ່າ ພວກເຮົາຈະປຸກລະດົມຂະບວນການແຂ່ງຂັນນະວັດຕະກຳ, ພັດທະນາວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ”. ນີ້ແມ່ນ 2 ເສົາຄ້ຳໃຫ້ແກ່ການພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດ”.

TAG
VOV/VOVworld/ແຂ່ງ​ຂັນ/ຮັກ​ຊາດ/ຜູ້​ແທນ​/ທົ່ວ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ