logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: “ເພື່ອເຕີບໂຕ 2 ຕົວເລກຕ້ອງມີການຫັນປ່ຽນໂຄງປະກອບເສດຖະກິດ, ກຳນົດຮູບແບບການເຕີບໂຕໃໝ່”

2026/1/8 | 08:56:00
(VOVWORLD) -  ປີ 2025, ລະດັບເຕີບໂຕເສດຖະກິດບັນລຸ 8,02%, ນອນໃນກຸ່ມມີການເຕີບໂຕສູງຂອງພາກພື້ນ ແລະ ໃນໂລກ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ໄລຍະພັດທະນາໃໝ່ຂອງ ຫວຽດນາມ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 08 ມັງກອນ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ທ່ານ ເລືອງເກື່ອງ , ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

        ເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊີ້ແຈ້ງບັນດາຜົນງານ, ໝາກຜົນສຳຄັນທີ່ ຫວຽດນາມ ບັນລຸໄດ້, ພົ້ນເດັ່ນໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

        “ປີ 2025 ບັນລຸລະດັບຄວາມໄວການເຕີບໂຕ 8,02%, ນອນໃນກຸ່ມມີການເຕີບໂຕສູງຂອງພາກພື້ນ ແລະ ໂລກ, ພ້ອມກັນນັ້ນກໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ການຮັບປະກັນຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ປັບປຸງ, ເພີ່ມທະວີ; ການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ; ອິດທິພົນຊື່ສຽງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍົກສູງຂຶ້ນ”.

        ໂດຍມີຄວາມປະເອີບໃຈ, ໝັ້ນໃຈກ່ຽວກັບໝາກຜົນປີ 2025 ແລະ ອາຍຸການ 2021 – 2025, ແຕ່ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ເພື່ອປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກນັບແຕ່ປີ 2026 ເປັນຕົ້ນໄປໃຫ້ໄດ້ນັ້ນ, ຫວຽດນາມ ຕ້ອງສຸມໃສ່ຫັນປ່ຽນໂຄງປະກອບເສດຖະກິດ, ກຳນົດຮູບແບບການເຕີບໂຕໃໝ່ ໂດຍອີງໃສ່ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ.

(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

        ເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາໝວດໜ້າທີ່, ມາດຕະການຈຸດສຸມຕົ້ນຕໍເພື່ອພັດທະນາເສດຖະກິດ - ສັງຄົມປີ 2026 ແລະ ໃນຊຸມປີຕໍ່ໆໄປ, ທ່ານ ວູດ້າຍທັງ, ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ແລະ ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ:

        “ພວກຂ້າພະເຈົ້າຈະສືບຕໍ່ສຸມໃສ່ 5 “ຈຸດອຸດຕັນ”, ຄືສຳລັບບັນຫາສະພາບລົດຕິດ, ມົນລະພິດຕໍ່ສິ່ງແວດລ້ອມ, ແກ້ໄຂບັນດາບັນຫາກ່ຽວກັບຫຼັກອະນາໄມສະບຽງອາຫານ… ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ຈະຍູ້ແຮງບັນດາເນື້ອໃນນຳວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ ແມ່ນກຳລັງໜູນການເຕີບໂຕຂອງ ຮ່າໂນ້ຍ ຢ່າງແທ້ຈິງ”.

        “ດ້ວຍມູນເຊື້ອຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະມີການກະທຳຢ່າງຂ້ຽວຂາດກວ່າ, ມີປະສິດທິຜົນກວ່າອີກ, ເພື່ອປະກອບສ່ວນໃຫ້ເໝາະສົມກັບເປົ້າໝາຍການເຕີບໂຕພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ”.

TAG
VOV/VOVworld/ໜ້າ​ທີ່/ມາດ​ຕະ​ການ/​ແກ້​ໄຂ/​ຂ້ຽວ​ຂາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ