logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປຢ້ຽມຢາມ, ອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ ແລະ ຄົນຈັບຢູ່ບັນດາໂຮງໝໍ

2026/2/16 | 08:57:00
(VOVWORLD) - ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ໄດ້ໄປອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ, ຄົນຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດຢູ່ໂຮງໝໍ ແບັກມາຍ ແລະ ໂຮງໝໍມິດຕະພາບ ຫວຽດດຶກ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ຢາມຖາມຂ່າວບັນດາຄົນເຈັບ ຢູ່ໂຮງໝໍ ແບັກມາຍ)

        ຕອນເຊົ້າວັນທີ 16 ກຸມພາ (ກົງກັບວັນທີ 29 ບຸນເຕັດ), ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດບຸນເຕັດປີມະເມຍ 2026, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ໄດ້ໄປອວຍພອນບຸນເຕັດ, ລະດົມກຳລັງໃຈທ່ານໝໍ, ແພດໝໍ, ຄົນຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດຢູ່ໂຮງໝໍ ແບັກມາຍ ແລະ ໂຮງໝໍມິດຕະພາບ ຫວຽດດຶກ.

        ຢູ່ໂຮງໝໍ ແບັກມາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ຢາມຖາມຂ່າວບັນດາຄົນເຈັບ, ລະດົມກຳລັງໃຈບັນດາທ່ານໝໍ, ແພດໝໍທີ່ໄດ້ມານະພະຍາຍາມປິ່ນປົວໃຫ້ຄົນເຈັບ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ໂຮງໝໍ ແບັກມາຍ ຜັນຂະຫຍາຍມະຕິເລກທີ 72 ຂອງກົມການເມືອງກ່ຽວກັບມາດຕະການແກ້ໄຂບຸກທະລຸ, ເພີ່ມທະວີການເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນຢ່າງດີ.

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ອວຍພອນປີໃໝ່ພະນັກງານ, ທ່ານໝໍ, ແພດໝໍ, ຄົນເຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດປີມະເມຍຢູ່ໂຮງໝໍ ມິດຕະພາບ ຫວຽດດຶກ)

          ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ທ່ານໝໍ, ແພດໝໍ, ຄົນເຈັບ ແລະ ກວດກາວຽກງານຮັບໃຊ້ຄົນເຈັບໃນໂອກາດບຸນເຕັດປີມະເມຍຢູ່ໂຮງໝໍ ມິດຕະພາບ ຫວຽດດຶກ.

        “ທ່ານໝໍຄືຜູ້ເປັນແມ່. ຂ້າພະເຈົ້າສະເໜີ, ທິດນຳຂອງໂຮງໝໍ: ສາມັກຄີເປັນຈິດໜຶ່ງໃຈດຽວ, ພູມປັນຍາເຕົ້າໂຮມ, ຈັນຍາບັນແຜ່ກະຈາຍ, ໂຮງໝໍຍົກລະດັບ, ຂະແໜງສາທາລະນະສຸກພັດທະນາ, ໂລກລະບາດຖືກຍູ້ໃຫ້ຖ້ອຍຫຼັງ, ປະຊາຊົນໄດ້ຮັບຊົມໃຊ້ຜົນປະໂຫຍດຂອງຂະແໜງສາທາລະນະສຸກ”.

TAG
VOV/VOVworld/ພະຍາຍາມ/ປິ່ນປົວ/ຄົນເຈັບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ