logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄປຮອດນະຄອນຫຼວງ ວຽງຈັນ ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ

2023/4/5 | 07:52:00
(VOVWORLD) -ການເຂົ້າຮ່ວມຂອງປະຊຸມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງ ແລະ ບົດບາດຂອງ ຫວຽດນາມ - ເຊິ່ງແມ່ນສະມາຊິກຕັ້ງໜ້າ ແລະ ສ້າງສາໃນການເຂົ້າຮ່ວມບັນດາການເຄື່ອນຫວຂອງສະມາຄົມທຸກຂັ້ນ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຮອດສະໜາມບິນ ວັດໄຕ
(ພາບ: VGP)

        ຕອນຄ່ຳວັນທີ 04 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຮອດສະໜາມບິນ ວັດໄຕ, ນະຄອນຫຼວງ ວຽງຈັນ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

        ການເຂົ້າຮ່ວມຂອງປະຊຸມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງ ແລະ ບົດບາດຂອງ ຫວຽດນາມ - ເຊິ່ງແມ່ນສະມາຊິກຕັ້ງໜ້າ ແລະ ສ້າງສາໃນການເຂົ້າຮ່ວມບັນດາການເຄື່ອນຫວຂອງສະມາຄົມທຸກຂັ້ນ ແລະ ເວທີປາໄສຮ່ວມມືໃນທຸກຂົງເຂດ ຜ່ານບັນດາຂໍ້ລິເລີ່ມ, ການຂົນຂວາຍ, ຊຸກຍູ້ ແລະ ຕັ້ງໜ້າປະກອບສ່ວນດ້ານການເງິນຢ່າງກະໂດດຂັ້ນ, ຂໍ້ມູນຂ່າວສານ, ນັກຊ່ຽວຊານ… ພ້ອມກັນນັ້ນ, ຢືນຢັນເລື່ອງ ຫວຽດນາມ ເປັນສະມາຊິກນຳໜ້າໃນຄວາມມານະພະຍາຍາມເພື່ອຍົກສູງພາບພົດ, ທີ່ຕັ້ງ ແລະ ຄວາມສຳຄັນຂອງການຮ່ວມມືໃນຄະນະກຳມາທິການ ຢູ່ບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ; ເອົາໃຈໃສ່ເຖິງຜົນປະໂຫຍດອັນຊອບທຳຂອງທຸກໆປະເທດແມ່ນ້ຳຂອງ; ຊຸກຍູ້ການຮ່ວມມືກັບບັນດາປະເທດເຂດຍານເໜືອແມ່ນ້ຳ.

TAG
VOV/VOVworld/ຂົ​ນ​ຂວາຍ/ຊຸກ​ຍູ້/ກະ​ໂດດ​ຂັ້ນ/ຂໍ້​ມູນ​ຂ່າວ​ສານ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ