logo

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບຄະນະຜູ້ແທນ ກອງທັບຝຣັ່ງ

2012/2/24 | 06:24:13
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງການ​ພົວພັນ​ຫວຽດນາມ - ຝຣັ່ງ ທີ່​ພວມ​ພັດທະນາ​ຢ່າງ​ດີງາມ

( ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ )

( vovworld ) - ຕອນ​ບ່າຍ​ວັນ​ທີ 23/2, ຢູ່​ສຳນັກງານ​ລັດຖະບານຫວຽດນາມ ທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ໄດ້ໃຫ້ການ​ຕ້ອນ​ຮັບ​ທ່ານ​​ພົນ​ເຮືອ​ເອກ Edouard Guillaud, ຫົວໜ້າ​ເສນາ​ທິການ​ທະຫານປະສົມສ.ຝຣັ່ງ ທີ່​ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງການ​ພົວພັນ​ຫວຽດນາມ - ຝຣັ່ງ ທີ່​ພວມ​ພັດທະນາ​ຢ່າງ​ດີງາມ​ໃນ​ບັນດາ​ຂົງ​ເຂດ​ ​ແລະ ມຸ່ງ​ໄປ​ເຖິງພິທີ​ສະ​​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ສາຍ​ພົວພັນ​ດ້ານ​ການ​ທູດ, ນຳ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂື້ນ​ສູ່ລະ​ດັບ​ສູງ​ໃໝ່, ຊົມ​ເຊີຍ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກອງທັບ​ຂອງສອງ​ປະ​ເທດຢ່າງ​ດີງາມ, ສະ​ເໜີ​ໃຫ້​ສອງ​ຝ່າຍຈົ່ງ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​​ເຊິ່ງໄດ້​​ເປັນ​ເອກະ​ພາບ​ນຳກັນ​​ຢ່າງ​ຕັ້ງໜ້າ.

   ​ທ່ານ​​ພົນ​ເຮືອ​ເອກ Edouard Guillaud ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຍິ່ງກ່ວາ​ອີກ. ​ເຕື້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານພົນ​ເຮືອ​ເອກ Edouard Guillaud ຢືນຢັນ​ການ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຜ່ານ​ການ​ເຈລະຈາ​ສັນຕິພາບ, ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ​ກໍ​ຄື​ສະໜັບສະໜູນຫຼັກການ​ເສລີ​ໃນ​ການ​ເດີນ​ທະ​ເລ.

TAG
ຫງວຽນ​ເຕີນ​ຢຸງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ