logo

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ສຳ​ຄັນ​ຢ່າງ​ຂ້ຽວ​ຂາດ

2026/1/30 | 11:17:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ມີສິດອຳນາດທີ່ໄດ້ຮັບການມອບໝາຍໜ້າທີ່ ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນທັນທີ. 
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 30 ມັງກອນ, ເມື່ອກ່າວຄຳເຫັນສະຫຼຸບວາລະປະຊຸມຄັ້ງທີ 23 ຂອງຄະນະຊີ້ນຳແຫ່ງລັດ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມການຂົນສົ່ງ (ເອີ້ນຫຍໍ້ວ່າຄະນະຊີ້ນຳ)  ໂດຍຖືກຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 27 ແຂວງ, ນະຄອນທີ່ມີໂຄງການ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳ, ໄດ້ຊີ້ແຈ້ງບຸລິມະສິດຜັນຂະຫຍາຍໂຄງການທາງບົກເສັ້ນທາງຄວາມໄວສູງ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາແຂວງເຂດຊາຍແດນທາງທິດເໜືອ, ໄຕງວຽນ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບ ຈີນ, ລາວ, ກຳປູເຈຍ.

ບັນຍາກາດຂອງກອງປະຊຸມ (ພາບ: VOV)

        ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ມີສິດອຳນາດທີ່ໄດ້ຮັບການມອບໝາຍໜ້າທີ່ ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນທັນທີ. ການນຳຫຼັກແຫຼ່ງທຸກຂັ້ນຕ້ອງຍົກສູງຄວາມຮັບຜິດຊອບ, ເພີ່ມທະວີການສຳຫຼວດ, ກວດກາ, ເລັ່ງລັດ, ຊີ້ນຳບັນດາແຜນການ, ໂຄງການຈຸດສຸມ, ສຳຄັນ ກ່ຽວກັບຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ ຮັບປະກັນຮອດປີ 2030, ບັນລຸເປົ້າໝາຍກໍ່ສ້າງສຳເລັດ 5.000 ກິໂລແມັດ ທາງບົກ ຕາມມະຕິຂອງກອງປະຊຸມໃຫຍ່ຂອງພັກໄດ້ວາງອອກ.


TAG
VOV/VOVworld/ຜັນຂະຫຍາຍໂຄງການທາງບົກ/ຄົມ​ມະ​ນາ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ