logo

ທ່ານປະ​ທານ​ປະ​ເທດ ເລືອງ​ເກືອງ ຈະ​ເດີ​ນ​ທາງ​ໄປ​ຢ້ຽມ​ຢາມ​ລາວ ໂດຍ​ໄວ

2025/2/13 | 14:25:00
(VOVWORLD) - ທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕໍ່ຫວຽດນາມ ເມື່ອບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງກ່ຽວກັບການທູດ, ຍົກສູງການພົວພັນກັບຫຼາຍຄູ່ຮ່ວມມືໃຫຍ່, ຜ່ານນັ້ນສະແດງໃຫ້ເຫັນທີ່ຕັ້ງບົດບາດທີ່ນັບມື້ນັບສູງຂອງ ຫວຽດນາມ.
ທ່ານປະທານປະເທດ ເລືອງເກືອງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ (ພາບ: VOV)

ຕອນບ່າຍວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ທ່ານປະທານປະເທດ ເລື່ອງເກືອງໄດ້ສະເໜີສອງຝ່າຍສົມທົບກັນຈັດຕັ້ງບັນດາເຫດການສະເຫຼີມສະຫຼອງ ສຳຄັນໃນປີ 2025. ໃນໂອກາດນີ້, ທ່ານປະທານປະເທດ ເລືອງເກືອງ ຢັ້ງຢືນຈະໄປຢ້ຽມຢາມລາວ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດໂດຍໄວ.

ສ່ວນທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕໍ່ຫວຽດນາມ ເມື່ອບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງກ່ຽວກັບການທູດ, ຍົກສູງການພົວພັນກັບຫຼາຍຄູ່ຮ່ວມມືໃຫຍ່, ຜ່ານນັ້ນສະແດງໃຫ້ເຫັນທີ່ຕັ້ງບົດບາດທີ່ນັບມື້ນັບສູງຂອງ ຫວຽດນາມ.
TAG
VOV/VOVworld/ຫວຽດ​ນາ​ມ​/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ