logo

ທ່ານປະທານປະເທດ ເລືອງເກື່ອງ ພ້ອມກັບຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຖະຫວາຍທູບທຽນຢູ່ອະນຸສາວະລີ ລີທາຍໂຕ ແລະ ວິຫານ ງອັກເຊີນ

2026/2/8 | 09:30:39
(VOVWORLD) - ນີ້ແມ່ນການເຄື່ອນໄຫວນອນໃນລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026”
(ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີ ລີທາຍໂຕ)

ຕອນເຊົ້າວັນທີ 08 ກຸມພາ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີ ລີທາຍໂຕ ແລະ ວິຫານ ງອັກເຊີນ, ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວນອນໃນລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026” ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຂຶ້ນປະຈຳປີ.

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ວຽນມາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ ໄດ້ຂອບໃຈປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ທົ່ວທຸກປະເທດໃນໂລກ ທີ່ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ອວຍພອນໃຫ້ພໍ່ແມ່ປະຊາຊົນປີໃໝ່ຈົ່ງຢູ່ດີມີແຮງ, ຈະເລີນຮຸ່ງເຮືອງ, ປະສົບຜົນສຳເລັດ.

ທ່ານນາງ ຫງວຽນທິລຽນ, ຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ແບ່ງປັນວ່າ:

“ໃນຈິດໃຈຂອງຊາວ ຫວຽດນາມ ແຕ່ລະຄົນ, ເຖິງວ່າຢູ່ໄປໃສກໍ່ຕາມ ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນປະເທດຊາດ. ແຕ່ລະຄົນຈະມີວິທີທີ່ແຕກຕ່າງກັນເພື່ອອວ່າຍໜ້າເມືອຫາບ້ານເກີດເມືອງນອນທີ່ສອດຄ່ອງກັບວິຊາສະເພາະ, ທ່າແຮງຂອງຕົນ. ໂດຍແມ່ນນັກທຸລະກິດ, ນັກເຄື່ອນໄຫວປະຊຄົມ… ທຸກຄົນຈະຮ່ວມແຮງຮ່ວມໃຈເພື່ອສ້າງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນຢືນຢັນທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ”.

TAG
VOV/VOVworld/ລະ​ດູ​ບານ​ໃໝ່/​ບ້ານ​ເກີດ​/ເມືອງນອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ