logo

ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ AMMW

2018/10/26 | 07:16:50
(VOVWORLD) -ວັນທີ 25 ຕຸລາ, ທີ່ສໍານັກງານສະພາແຫ່ງຊາດຫວຽດນາມ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕ້ອນຮັບບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຍິງ ອາຊຽນ (AMMW) ຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນຢູ່ຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ ບັນດາໝາກຜົນຂອງກອງປະຊຸມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງບັນດານະໂຍບາຍຂອງບັນດາປະເທດໃນອາຊຽນ ທີ່ກ່ຽວຂ້ອງເຖິງການຊຸກຍູ້, ຮັບປະກັນການໜູນຊ່ວຍຊີວິດສັງຄົມ ສໍາລັບແມ່ຍິງ, ເດັກຍິງ ມຸ່ງໄປເຖິງການປະຕິບັດວິໄສທັດ ອາຊຽນ ຮອດປີ 2025 ກ່ຽວກັບປະຊາຄົມສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030. ທ່ານນາງ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ອາຊຽນ ໃນບັນຫາດັ່ງກ່າວ ເພື່ອພ້ອມກັນແບ່ງປັນບົດຮຽນ ແລະ ພັດທະນາ.

        ເນື່ອງໃນໂອກາດ ກອງປະຊຸມ AMMW ໄດ້ດໍາເນີນຢູ່ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ບັນດາລັດຖະມົນຕີທີ່ຮັບຜິດຊອບບັນດາບັນຫາກ່ຽວກັບແມ່ຍິງຂອງ ອາຊຽນ ຈົ່ງສືບຕໍ່ຊຸກຍູ້ການປະຕິບັດກົດໝາຍ, ນະໂຍບາຍລະດັບຊາດ ແລະ ສົມທົບລະຫວ່າງບັນດາປະເທດສະມາຊິກ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ; ຮັບປະກັນກາລະໂອກາດໄດ້ຊົມໃຊ້ຄວາມສະເໝີພາບໃນການສຶກສາ, ການເຮັດວຽກ ແລະໄດ້ຊົມໃຊ້ການໜູນຊ່ວຍຊີວິດສັງຄົມ ເພື່ອມຸ່ງໄປເຖິງການປະຕິບັດບັນດາເປ້ົ້າໝາຍລວມຂອງ ປະຊາຄົມ ອາຊຽນ ປີ 2025 ແລະ ໂຄງການດໍາເນີນງານຮອດປີ 2030 ຂອງ ສປຊ.

TAG
VOV/VOVworld/ວິໄສທັດ/ລັດຖະມົນຕີຍິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ