logo

ທ່ານປະທານາທິບໍດີ ອາເມລິກາ ຕ້ອນຮັບນາຍົກລັດຖະມົນຕີ ອິດສະຣາແອັນ, ເນັ້ນໜັກເຖິງເລື່ອງສືບຕໍ່ດຳເນີນການເຈລະຈາກັບ ອີຣານ

2026/2/12 | 09:42:53
(VOVWORLD) - ພາຍຫຼັງກອງປະຊຸມ, ໂດຍຂຽນໃນສື່ສັງຄົມ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ 2 ຝ່າຍ “ມີການພົບປະເປັນຢ່າງດີ”.
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະ ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ
(ພາບປະກອບ: REUTERS)

        ວັນທີ 11 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຕ້ອນຮັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ຢູ່ທຳນຽບຂາວ, ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນສະພາບທີ່ ອາເມລິກາ ແລະ ອີຣານ ກະກຽມໃຫ້ແກ່ຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບບັນຫານິວເຄຼຍ.

        ພາຍຫຼັງກອງປະຊຸມ, ໂດຍຂຽນໃນສື່ສັງຄົມ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ 2 ຝ່າຍ “ມີການພົບປະເປັນຢ່າງດີ”. ທ່ານກໍ່ໃຫ້ຮູ້ຂໍ້ມູນຕື່ມອີກວ່າ ຍັງບໍ່ທັນມີຂໍ້ຕົກລົງສຸດທ້າຍສະບັບໃດໄດ້ຍົກອອກມາ, ແຕ່ເນັ້ນໜັກເຖິງເລື່ອງ ຕ້ອງສືບຕໍ່ດຳເນີນບັນດາການເຈລະຈາກັບ ອີຣານ ເພື່ອເບິ່ງວ່າ ສາມາດບັນລຸໄດ້ຂໍ້ຕົກລົງຫຼືບໍ່.

        ໃນການພົບປະ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຊອກຫາວິທີເພື່ອໃຫ້ ອາເມລິກາ ເປີດກວ້າງເນື້ອໃນການເຈລະຈາ, ລວມທັງໂຄງການລູກສອນໄຟນຳວິຖີຂອງ ອີຣານ ແລະ ເລື່ອງ ອີຣານ ໜູນຫຼັງບັນດາກຳລັງມອບສິດໃນພາກພື້ນ, ຄື: ຮາມາດສ ແລະ ເຮັກໂບລາ. ຝ່າຍ ອິດສະຣາແອັນ ມີຄວາມວິຕົກກັງວົນວ່າ ວໍຊິງຕັນ ອາດຈະເດີນຕາມຂໍ້ຕົກລົງໂດຍມີການຈຳກັດ, ບໍ່ກວມເອົາບັນດາຄວາມສ່ຽງນາບຂູ່ດ້ານຄວາມໝັ້ນຄົງອື່ນ.

TAG
VOV/VOVworld/ເປີດກວ້າງ​/ເນື້ອ​ໃນ​/ເຈ​ລະ​ຈາ/ລວມ​ທັງ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ