logo

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົງ​ຄາມ​ອາ​ເມ​ລິ​ກາ

2026/2/20 | 07:56:21
(VOVWORLD) - ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ປາດຖະໜາຢາກສອງປະເທດສືບຕໍ່ຮ່ວມມືກວ່າອີກ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ.
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ການຕ້ອນຮັບທ່ານ Elbridge A. Colby ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງສົງຄາມ ອາເມລິກາ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມຄະນະປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ, ວັນທີ 19 ກຸມພາ, ຢູ່ ອາເມລິກາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Elbridge A. Colby ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງສົງຄາມ ອາເມລິກາ.

ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ປາດຖະໜາຢາກສອງປະເທດສືບຕໍ່ຮ່ວມມືກວ່າອີກ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ. ພ້ອມທັງ, ເນັ້ນໜັກວ່າ ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງສົງຄາມ ອາເມລິກາ ໄດ້ປະສານສົມທົບກັນຢ່າງມີປະສິດທິຜົນ ໃນການຜັນຂະຫຍາຍບັນດາວຽກງານຄື: ແກ້ໄຂຜົນຕາມມາຈາກສົງຄາມ, ຮັກສາສັນຕິພາບ ສປຊ, ການສຶກສາ - ບຳລຸງສ້າງ…

ທ່ານ Elbridge A. Colby ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການແກ້ໄຂຜົນຕາມມາຈາກສົງຄາມ, ຢັ້ງຢືນຊື່ນາມສະກຸນ ທະຫານ ຫວຽດນາມ ເສຍສະຫຼະຊີວິດເພື່ອຊາດ, ຫາຍຊາບສູນ ໃນສົງຄາມ, ຊຸກຍູ້ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ…
TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ/ກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ