logo

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ການ​ນຳ​ຂັ້ນ​ສູງ ອາ​ຊຽນ - ລັດ​ເຊຍ

2021/6/28 | 12:15:02
(VOVWORLD) -  ຕອນບ່າຍວັນທີ 28 ມິຖຸນາ, ຄະນະຜູ້ແທນຂັ້ນສູງຄວາມໝັ່ນຄົງ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືການນຳຂັ້ນສູງ ອາຊຽນ - ລັດເຊຍ ຄັ້ງທຳອິດ ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍ.
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຜ່ານທາງອອນລານ (ພາບ: cand.com.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບັນດາປະເທດ, ພາກພື້ນ ຄວນເພີ່ມທະວີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຊ່ອງທາງເຈລະຈາຢ່າງມີປະສິດທິຜົນ ເພື່ອແລກປ່ຽນທັດສະນະ, ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການຂັດແຍ້ງໂດຍສັນຕິວິທີຢ່າງທັນການ ເພື່ອຊຸກຍູ້ການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.  ຫວຽດນາມ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນຂອບເຂດເວທີປາໄສ ພາກພື້ນ ອາຊຽນ (ARF) ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ພັດທະນາຢ່າງແທດຈິງ, ຮອບດ້ານ; ຍູ້ແຮງການຮ່ວມມືກ່ຽວກັບບັນດາບັນຫາຄວາມໝັ້ນຄົງແບບເກົ່າ ແລະ ບັນດາສິ່ງທ້າທາຍຂອງຄວາມໝັ້ນຄົງແບບໃໝ່; ເປີດກວ້າງການແບ່ງປັນຂໍ້ມູນທາງດ້ານວິຊາການລະຫວ່າງບັນດາອົງການປະຕິບັດກົດໝາຍຂອງສອງຝ່າຍ ແລະ ສ້າງກົນໄກປະສານງານ ການພົວພັນລະຫວ່າງ ອາຊຽນ - ລັດເຊຍ ໃນຂັ້ນກະຊວງ ໃນການຕໍ່ສູ້ກັບການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ.

        ດ້ວຍຖານະເປັນປະທານໝູນວຽນ ອາຊຽນ ປີ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະປະກອບສ່ວນຊຸກຍູ້ບັນດາວິວັດການເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ໂດຍ ອາຊຽນ ເປັນປະທານ, ຍາມໃດກໍພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ, ບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ. ຫວຽດນາມ ເຊື່ອໝັ້ນວ່າ ບັນດາປະເທດ ອາຊຽນ ແລະ ລັດເຊຍ ຈະຢຶດໝັ້ນຕໍ່ນະໂຍບາຍຮັບປະກັນສັນຕິພາບ, ສະຖຽນລະພາບໃນພາກພື້ນເປັນສະເໝີ.

TAG
VOV/VOVworld/ຕຳຫຼວດ/ຄວາມ​ໝັ້​ນ​ຄົງ​/ອາ​ຊຽນ/ລັ​ດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ