logo

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວັນ​ລິກ ພົບ​ປະ​ສອງ​ຝ່າຍ​ຢູ່ນອກກອງ​ປະ​ຊຸມ ADMM ຢູ່ ໄທ

2019/7/11 | 09:14:56
(VOVWORLD) -   ວັນທີ 10 ກໍລະກົດ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງ ບັນດາປະເທດ ອາຊຽນ ຄັ້ງທີ 13 (ADMM - 13) ຢູ່ ບາງກອກ, ປະເທດໄທ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີບັນດາການພົບປະສອງຝ່າຍກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນເອກ ປຣາວິດ ວົງສູວັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນປະເທດ ໄທ .

        ທີ່ການພົບປະກັບທ່ານພົນເອກ ປຣາວິດ ວົງສູວັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນປະເທດ ໄທ, ທ່ານ ໂງຊວັນລິກ ໄດ້ຢັ້ງຢືນວ່າ ຫວຽດນາມ ຈະສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ໄທ ໃນປີເປັນປະທານ ອາຊຽນ 2020. ກ່ຽວກັບທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ, ລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຄຽງຄູ່ກັບເລື່ອງສືບຕໍ່ຜັນຂະຫຍາຍບັນກາກົນໄກຮ່ວມມືທີ່ພວມມີຢູ່ແລ້ວໃຫ້ມີປະສິດທິຜົນ, ສອງຝ່າຍຈະເພີ່ມທະວີ ຊຸກຍູ້ການຮ່ວມ ມືໃນບາງເນື້ອໃນຕ່າງໆ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນ, ຮ່ວມມື, ເພີ່ມທະວີການທາບທາມຄຳເຫັນ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາກົນໄກຮ່ວມມືຫຼາຍຝ່າຍກ່ຽວກັບການປ້ອງກັນປະເທດຊຶ່ງສອງຝ່າຍແມ່ນສະມາຊິກ.

        ທີ່ການພົບປະລະຫວ່າງ ທ່ານພົນເອກ ໂງຊວັນລິກ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ລັດຖະມົນຕີສອງທ່ານຢັ້ງຢືນວ່າ ການຮ່ວມມືປ້ອງກັນປະເທດລະຫວ່າງ ຫວຽດນາມ - ລາວ ຍາມໃດກໍ່ໄດ້ກຳນົດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ປີ 2019 ແມ່ນປີທີ່ມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າສອງຝ່າຍຈະສະຫຼຸບ ການປະຕິບັດອະນຸສັນຍາ 5 ປີ ໄລຍະ 2015 -2019 ແລະ ສ້າງ  ອະນຸສັນຍາໃໝ່ ໃຫ້ແກ່ໄລຍະ 5 ປີຕໍ່ໄປ (2020 -2024). ເພາະສະນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນກວດກາຄືນ, ສະຫຼຸບ, ຕີລາຄາໝາກຜົນຂອງການຜັນຂະຫຍາຍການຮ່ວມມືໃນໄລຍະທີ່ຜ່ານມາ, ຍົກອອກບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດຢ່າງກົງໄປກົງມາ ເພື່ອແກ້ໄຂ, ເພື່ອໃຫ້ການພົວພັນປ້ອງກັນປະເທດ, ແມ່ນເສົາຄ້ຳຂອງການພົວພັນລະຫວ່າງສອງປະເທດຢ່າງມີປະສິດທິຜົນ ແລະ ແທດຈິງ.

TAG
VOV/VOVworld/ໄທ/ໂງຊວັນລິກ/ກະ​ຊວງປ້ອງ​ກັນ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ