logo

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ຕ້ອນຮັບເອກອັກຄະລັດຖະທູດ ຊະອຸດີ ອາຣັບບີ ເຂົ້າຢ້ຽມອຳລາ

2026/1/1 | 07:37:38
(VOVWORLD) - ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດ A.Dahlwy ໃນການຊຸກຍູ້ການພົວພັນ 2 ປະເທດໃຫ້ບັນລຸບັນດາບາດກ້າວພັດທະນາໃໝ່.
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ທ່ານ Mohammed Ismaeil A.Dahlwy, ເອກອັກຄະລັດຊະອຸດີ ອາຣັບບີ
(ພາບ: baoquocte.vn)

ຕອນບ່າຍວັນທີ 31 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Mohammed Ismaeil A.Dahlwy, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ຊະອຸດີ ອາຣັບບີ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຂອງຕົນ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດ A.Dahlwy ໃນການຊຸກຍູ້ການພົວພັນ 2 ປະເທດໃຫ້ບັນລຸບັນດາບາດກ້າວພັດທະນາໃໝ່. ທ່ານກໍ່ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຊະອຸດີ ອາຣັບບີ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນຜ່ານຂອບເຂດ ຄື: ສະພາຮ່ວມມືເຂດອ່າວ (GCC) ແລະ ອາຊຽນ.

ສ່ວນທ່ານເອກອັກຄະລັດຖະທູດ A.Dahlwy ຢືນຢັນວ່າ ຊະອຸດີ ອາຣັບບີ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການຮ່ວມມືກັບ GCC ແລະ ຈະສືບຕໍ່ຊຸກຍູ້ການເຈລະຈາລົງນາມ FTA ຫວຽດນາມ - GCC ໃນໄລຍະໄວທີ່ສຸດ.

TAG
VOV/VOVworld/ບາດ​ກ້າວ/​ພ​ັດ​ທະ​ນາ​/ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ