(ທີ່ກອງປະຊຸມທາບທາມຄວາມເຫັນບໍ່ເປັນທາງການເປີດກວ້າງ ຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ) |
ໃນຂອບເຂດກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ທີ່ຈັດຂຶ້ນຢູ່ Cebu, ຟີລິບປິນ, ວັນທີ 28 ມັງກອນ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນບໍ່ເປັນທາງການເປີດກວ້າງ ຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຜັນຂະຫຍາຍ ຄວາມເຫັນດີເຫັນພ້ອມ 5 ຈຸດກ່ຽວກັບ ມຽນມາ, ກໍ່ຄືດຳເນີນການພົບປະ 2 ຝ່າຍກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ.
ທີ່ການທາບທາມຄວາມເຫັນ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ແບ່ງປັນການຕີລາຄາກ່ຽວກັບສະພາບການຢູ່ ມຽນມາ, ກໍຄືເລື່ອງ ມຽນມາ ດຳເນີນການເລືອກຕັ້ງທີ່ຜ່ານມາ. ບັນດາລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມເຫັນດີເຫັນພ້ອມ 5 ຈຸດ ສືບຕໍ່ແມ່ນຂອບການກຳນົດທິດນະໂຍບາຍຕົ້ນຕໍຂອງ ອາຊຽນ ໃນການໜູນຊ່ວຍ ມຽນມາ ແກ້ໄຂບັນຫາໃນປະຈຸບັນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບປະທານ ຟິລິບປິນ ແລະ ບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ສະເໜີຂໍ້ລິເລີ່ມ, ພິຈາລະນາມາດຕະການໃໝ່, ແນໃສ່ຊຸກຍູ້ການຜັນຂະຫຍາຍຄວາມເຫັນດີເຫັນພ້ອມ 5 ຈຸດ ຕໍ່ໜ້າບັນດາການຫັນປ່ຽນຢູ່ ມຽນມາ ໃນໄລຍະຜ່ານມາ.
ເນື່ອງໃນໂອກາດນີ້, ໃນວັນດຽວກັນ ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໄດ້ພົບປະກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ, ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ລັດຖະມົນຕີການຕ່າງປະເທດ ໄທ…




