logo

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊິນ ​ໂອ້​ລົມ​ສົນ​ທະ​ນາ ​ທາງ​ໄກ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ທອງ​ສະ​ຫວັນ ພົມ​ວິ​ຫານ

2024/11/27 | 13:59:35
(VOVWORLD) - ວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໂອ້ລົມສົນທະນາທາງໄກກັບທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊິນ ໂອ້ລົມສົນທະນາ ທາງໄກກັບລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ(ພາບ: VGP)

ວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໂອ້ລົມສົນທະນາທາງໄກກັບທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ. ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ກະກຽມເປັນຢ່າງດີໃຫ້ແກ່ການພົບປະລະຫວ່າງການນຳສາມພັກ ຫວຽດນາມ - ລາວ - ກຳປູເຈຍ, ກອງປະຊຸມຄັ້ງທີ 47 ຄະນະກຳມະການລະຫວ່າງລັດຖະບານສອງປະເທດ ແລະ ປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 11. ທ່ານ ບຸຍແທັງເຊີນ ສະເໜີສອງຝ່າຍສືບຕໍ່ສົມທົບກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມຂັ້ນສູງ, ສືບຕໍ່ຜັນຂະຫຍາຍໂຄງການກະທຳກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດກ່ຽວກັບການເພີ່ມທະວີວຽກງານການທູດເສດຖະກິດໄລຍະ 2020 – 2025 ຢ່າງມີປະສິດທິຜົນ. ທ່ານ ທອງສະຫວັນ ພົມວິຫານ ຫວັງວ່າຈະໄດ້ຕ້ອນຮັບທ່ານ ບຸຍແທັງເຊີນ ມາຢ້ຽມຢາມ ແລະ ເປັນປະທານຮ່ວມໃນການປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດຄັ້ງທີ 11 ຢູ່ນະຄອນຫຼວງວຽງຈັນໃນໄລຍະຈະມາເຖິງໂດຍໄວ.

TAG
VOV/VOVworld/ຫວຽດ​ນາມ/ລາວ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ