logo

ທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາ ພົບປະກັບປະທານສະພາແຫ່ງຊາດລາວ

2018/10/9 | 12:02:57

(VOVWORLD) -ໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການ, ໃນວັນທີ 9 ຕຸລາ, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ.

  ທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ (ພາບ:Pham Kien/TTXVN)

ນະທີ່ນີ້, ທ່ານ ເຈິ່ນກວກເວື້ອງ ໄດ້ແຈ້ງໃຫ້ຊາບ ສະພາບການຫວຽດນາມໂດຍສັງເຂບໃນໄລຍະມໍ່ໆມານີ້ ແລະໝາກຜົນຂອງການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງ ຫວຽດນາມ - ລາວ. ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດສອງປະເທດ ກໍຄືບັນດາຄະນະກໍາມະການຂອງສະພາແຫ່ງຊາດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນນໍາກັນ; ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ, ກໍຄືບັນດາກົນໄກການຮ່ວມມືອະນຸພາກພື້ນ,ເພີ່ມທະວີນໍ້າໃຈສາມັກຄີ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ແລະ ສຽງເວົ້າລວມຂອງ ອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ. ທ່ານ ເຈິ່ນກວກເວື້ອງ ກໍສະເໜີໃຫ້ທ່ານນາງ ປານີ ຢາທໍ່ຕູ້  ສືບຕໍ່ເອົາໃຈໃສ່, ຊີ້ນໍາສະພາແຫ່ງຊາດລາວ ພິຈາລະນາ ແລະສະໜັບສະໜູນບັນດາການປ່ຽນແປງ, ເພີ່ມເຕີມເນື້ອໃນທີ່ຈໍາເປັນກ່ຽວກັບກົນໄກ, ນະໂຍບາຍ ແລະ ນິຕິກໍາ ເພື່ອຍູ້ແຮງການຮ່ວມມືໃນດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

        ໃນໄລຍະຢ້ຽມຢາມຢູ່ລາວ, ທ່ານ ເຈິ່ນກວກເວື້ອງ ກໍ່ໄດ້ໄປຢ້ຽມຢາມ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີປະທານປະເທດ ລາວ; ຢ້ຽມຢາມ ແລະ ເຮັດວຽກກັບພະນັກງານສະຖານທູດຫວຽດນາມ ປະຈໍາ ລາວ; ຢ້ຽມຢາມ ກິດຈະກໍາກໍ່ສ້າງ ຫໍສະພາແຫ່ງຊາດລາວ ແລະ ທະນາຄານ ການຄ້າຕ່າງປະເທດ ຫວຽດນາມ ຈໍາກັດ ປະຈໍາ ລາວ.

TAG
VOV/VOVworld/ເວ​ທີ​ປາ​ໄສ​/ສະໜັບສະໜູນ/ສາມັກຄີ/ເຈິ່ນກວກເວື້ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ