logo

ທ່ານເລຂາທິການໃຫຍ່ ໂຕເລິມ: ການສືບລາຊະການລັບຕຳຫຼວດປະຊາຊົນ ຕ້ອງປ່ຽນແປງໃໝ່ຈິນຕະນາການຢ່າງແຮງ, ຕ້້ອງມີວິໄສທັດຍຸດທະສາດ

2026/2/8 | 11:27:56
(VOVWORLD) - “ໜ້າທີ່ໃນສັງກາດໃໝ່ຮຽກຮ້ອງໃຫ້ວຽກງານການສືບລາຊະການລັບຕຳຫຼວດປະຊາຊົນ ຕ້ອງປ່ຽນແປງໃໝ່ຈິນຕະນາການຢ່າງແຮງ, ບຸກທະລຸໃນການຈັດຕັ້ງໜ້າທີ່ວຽກງານ ແລະ ສ້າງກຳລັງ, ຕ້ອງມີວິໄສທັດຍຸດທະສາດ”.
(ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ພິທີ)

ນີ້ແມ່ນຄຳເນັ້ນໜັກຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງສືບລາຊະການລັບຕຳຫຼວດປະຊາຊົນ ແລະ ພິທີຮັບຫຼຽນໄຊ ໂຮ່ຈີມິນ ໂດຍຈັດຂຶ້ນໃນຕອນເຊົ້າວັນທີ 08 ກຸມພາ, ຢູ່ ຮ່າໂນ້ຍ. ພ້ອມກັນເຂົ້າຮ່ວມມີ ທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະແຫ່ງຊາດ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

          ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ປະເທດຊາດພວມກ້າວເຂົ້າສູ່ໄລຍະປະຫວັດສາດສຳຄັນ, ສັງກາດໃໝ່ ແລະ ກາລະໂອກາດໃໝ່. ໂດຍແມ່ນ “ດາບ”, “ໂລ່ກຳບັງ” ປົກປ້ອງລະບອບ, ປົກປ້ອງພັກ, ລັດ, ປົກປ້ອງປະຊາຊົນ, ບົດບາດ, ການປະກອບສ່ວນຂອງກຳລັງຕຳຫຼວດປະຊາຊົນ ເວົ້າລວມ ແລະ ກຳລັງສືບລາຊະການລັບ ເວົ້າສະເພາະ ມີຄວາມສຳຄັນຍິ່ງ. ໜ້າທີ່ໃນສັງກາດໃໝ່ຮຽກຮ້ອງໃຫ້ກຳລັງສືບລາຊະການລັບຕຳຫຼວດປະຊາຊົນຕ້ອງມີການປ່ຽນແປງໃໝ່ຈິນຕະນາການຢ່າງແຮງ, ບຸກທະລຸໃນການຈັດຕັ້ງໜ້າທີ່ວຽກງານ ແລະ ສ້າງກຳລັງ, ຕ້ອງມີວິໄສທັດຍຸດທະສາດ.

          ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ດ້ວຍຄຸນນະທາດ, ພູມປັນຍາ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈດ້ານການເມືອງສູງ, ກຳລັງສືບລາຊະການລັບຕຳຫຼວດປະຊາຊົນ ຈະສືບຕໍ່ສ້າງຜົນງານວິລະກຳຫຼາຍຢ່າງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສັງກາດໃໝ່.

          ທີ່ພິທີ, ທ່ານເລຂາທິການໃຫຍ່ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ກຳລັງສືບລາຊະການລັບປະຊາຊົນ ແລະ ປະດັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ບັນດາກົມກອງລວມໝູ່, ສ່ວນບຸກຄົນດີເດັ່ນທີ່ຂຶ້ນກັບກຳລັງສືບລາຊະການລັບຕຳຫຼວດປະຊາຊົນ.

TAG
VOV/VOVworld/​ກຳ​ລັງ​/ຕຳ​ຫຼວດ/​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ