logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປີ 2026 ຕ້ອງ​ຫັນ​ບັນ​ດາ​ເນື້ອ​ໃນ​ແກ່ນ​ສານ​ຂອງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ເປັນ​ລະ​ບອບ​ລະ​ບຽບ​ການ ແລະ ເປັນ​ລະ​ອຽດ

2026/2/10 | 12:27:40
(VOVWORLD) - ປີ 2026 ຕ້ອງເປັນປີຫັນບັນດາເນື້ອໃນໃໝ່, ເນື້ອໃນແກ່ນສານຂອງເອກະສານ ເປັນລະບອບລະບຽບການ ແລະ ເປັນລະອຽດ, ກໍຄືບັນດາບັນຫາໃໝ່ຕ້ອງສືບຕໍ່ຄົ້ນຄວ້າເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍ.
ທ່ານເລຂາທິການໃຫຍ່ ໂຕເລິມ 

ຕອນບ່າຍວັນທີ 10 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການພົບປະກັບບັນດາສະມາຊິກໃນອະນຸກຳມະການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ສະມາຊິກໃນຄະນະຊີ້ນຳສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບກິດຈະການປ່ຽນແປງໃໝ່ຕາມກຳນົດທິດສັງຄົມນິຍົມໃນ 40 ປີຜ່ານມາຢູ່ ຫວຽດນາມ.

ການພົບປະກັບບັນດາສະມາຊິກໃນອະນຸກຳມະການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

        ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

        “ໂດຍເປັນບັນດາຜູ້ເຂົ້າຮ່ວມເຫດການນີ້ໂດຍກົງ, ສະນັ້ນ ລ້ວນແຕ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເນື້ອໃນຈິດໃຈຂອງແຕ່ລະຄຳເວົ້າ, ເນື້ອໃນໃໝ່ໃນເອກະສານແຕ່ລະສະບັບ. ປີ 2026 ຕ້ອງເປັນປີຫັນບັນດາເນື້ອໃນໃໝ່, ເນື້ອໃນແກ່ນສານຂອງເອກະສານ ເປັນລະບອບລະບຽບການ ແລະ ເປັນລະອຽດ, ກໍຄືບັນດາບັນຫາໃໝ່ຕ້ອງສືບຕໍ່ຄົ້ນຄວ້າເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍ. ນີ້ແມ່ນບັນດາວຽກງານໃຫຍ່ ແລະ ຍາກທີ່ສຸດ, ຮຽກຮ້ອງຕ້ອງມີພູມປັນຍາລວມໝູ່, ມີຄຸນນະທາດການເມືອງ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທິດສະດີພຶດຕິກຳຕົວຈິງ”.

TAG
VOV/VOVworld/​ຫັນ​ບັນ​ດາ​ເນື້ອ​ໃນ​ໃໝ່/ເນື້ອ​ໃນ​ແກ່ນ​ສານ​ຂອງ​ເອ​ກະ​ສານ ເປັນ​ລະ​ບອບ​ລະ​ບຽບ​ການ ແລະ ເປັນ​ລະ​ອຽດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ