logo

ທ່ານເລຂາທິການໃຫຍ່ ໂຕເລິມ: ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້

2026/2/8 | 12:03:43
(VOVWORLD) - ໃນໄລຍະຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນໜູນຊ່ວຍພໍ່ແມ່ປະຊາຊົນຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ
(ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ການພົບປະ)

        ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້, ແມ່ນແຫຼ່ງກຳລັງສຳຄັນພິເສດຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນສັງກາດພັດທະນາໃໝ່. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ການພົບປະກັບຄະນະຜູ້ແທນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນ ທີ່ເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026” ທີ່ຈັດຂຶ້ນໃນຕອນບ່າຍວັນທີ 08 ກຸມພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ.

          ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນໜູນຊ່ວຍພໍ່ແມ່ປະຊາຊົນຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນ, ເສີມຂະຫຍາຍມູນເຊື້ອຂອງຊາດ ຫວຽດນາມ ຢ່າງເລິກເຊິ່ງກວ້າງຂວາງ. ພ້ອມກັນນັ້ນ, ຍາມໃດກໍ່ຮັບຟັງ, ຮັບເອົາຄຳເຫັນປະກອບຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນວິວັດການສ້າງແຜນກຳນົດນະໂຍບາຍຂອງປະເທດຊາດ, ພິເສດແມ່ນບັນດານະໂຍບາຍສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

          “ຂ້າພະເຈົ້າກໍ່ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກຊ່ຽວຊານ, ນັກປັນຍາຊົນ, ນັກວິທະຍາສາດ, ນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດຫຼາຍກວ່າອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດຫຼັກແຫຼ່ງສຳລັບໄລຍະພັດທະນາໃໝ່ຂອງປະເທດຊາດ. ພັກ, ລັດ ຈະສືບຕໍ່ສ້າງບັນດານະໂຍບາຍສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ສຳເລັດສົມບູນ, ພ້ອມກັນນັ້ນ, ເພີ່ມທະວີການສົມທົບກັບສາກົນເພື່ອປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງພໍ່ແມ່ປະຊາຊົນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອຽນໃຈດຳລົງຊີວິດ, ເຮັດວຽກ, ພັດທະນາຢູ່ປະເທດປະຈຳຖິ່ນ”.

TAG
VOV/VOVworld/​ພໍ່​ແມ່​/ປະ​ຊາ​ຊົນ/​ຮັບ​ປະ​ກັນ/​ຊີ​ວິດ​/​ປົກ​ກະ​ຕິ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ