logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Samdech Techo Hunsen

2026/2/6 | 09:54:07
(VOVWORLD) -  ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ, ຕອນເຊົ້າວັນທີ 06 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະກັບທ່ານ Samdech Techo Hun Sen.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພົບປະກັບທ່ານ Samdech Techo Hun Sen. (ພາບ: VOV)

ທ່ານ Samdech Techo Hun Sen ຕີລາຄາສູງເລືຶ່ອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ກຳປູເຈຍ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາປັບປຸງສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ຍືນຍົງຍາວນານກັບ ຫວຽດນາມ ຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ກໍແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນກັບເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງ, ເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ພ້ອມທັງສະແດງຄວາມປາດຖະໜາຢາກສືບຕໍ່ເຮັດໃຫ້ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບ ກຳປູເຈຍ ເລິກເຊິ່ງກວ່າອີກ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ ພະມະຫາເຫສີ Norodom Monineath Sihanouk ຢູ່ລາດຊະວັງ.

        ກ່ອນໜ້ານັ້ນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Hunsen ປະທານພັກປະຊາຊົນກຳປູເຈຍ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ ໄດ້ລົງນາມໃນເອກະສານຮ່ວມມືສະບັບຕ່າງໆ.

ວັນຫຽວ

TAG
VOV/VOVworld/ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ/ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ລາ​ຊະ​ອາ​ນາ​ຈັກ​ ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ