logo

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ

2026/2/7 | 09:30:15
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່; ກ້າວໄປຢ່າງເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ, ຕອນບ່າຍວັນທີ 06 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ພ້ອມກັບຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ ກຳປູເຈຍ. ເຂົ້າຮ່ວມການພົບປະຍັງມີທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່; ກ້າວໄປຢ່າງເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງ.

ກ່ຽວກັບການພົວພັນ 2 ຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ:

“ພວກເຮົາຕ້ອງສູ້ຊົນເຮັດແນວໃດໃຫ້ເດີນທາງແຕ່ນະຄອນ ໂຮ່ຈີມິນ ໄປຍັງ ພະນົມເປັນຈະໃຊ້ເວລາພຽງແຕ່ 1 ຊົ່ວໂມງເທົ່ານັ້ນ. ຢາກໄດ້ຄືແນວນັ້ນຕ້ອງມີເສັ້ນທາງຄວາມໄວສູງ, ເສັ້ນທາງລົດໄຟຄວາມໄວສູງ. ທາງບົກເປັນຄືແນວໃດ? ທາງນ້ຳເປັນຄືແນວໃດ? ແລ້ວກໍ່ການເຊື່ອມຕໍ່ດ້ານໂທລະຄົມມະນາຄົມ, ເຊື່ອມຕໍ່ດ້ານການເງິນ, ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ”.

ຕອນຄ່ຳວັນທີ 06 ກຸມພາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຢ່າງເປັນທາງການ.

TAG
VOV/VOVworld/ໂອ້​ລົມ/​ພະ​ນັກ​ງານ/ພາ​ລະ​ກອນ​/ສະ​ຖານ​ທູດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ