logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ

2026/2/17 | 09:07:00
(VOVWORLD) - ຕອນຄ່ຳວັນທີ 16 ກຸມພາ, ກົງກັບວັນທີ 29 ເດືອນ 12 ປີ ມະເສັງ 2025), ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກສິດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ຮ່າໂນ້ຍ

ເມື່ອຊົມເຊີຍບັນດາຜົນງານເຊິ່ງນະຄອນຫຼວງບັນລຸໄດ້ໃນປີຜ່ານມາ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຮ່າໂນ້ຍ ຕ້ອງນຳໜ້າໃນຂົງເຂດນະວັດຕະກຳຢ່າງແທ້ຈິງ. ແຕ່ລະວຽກງານທີ່ ຮ່າໂນ້ຍ ເຮັດ, ແຕ່ລະຮູບແບບທີ່ຮ່າໂນ້ຍ ຜັນຂະຫຍາຍ ຕ້ອງມີລັກສະນະນຳພາ, ແຜ່ກະຈາຍແຫຼ່ງກຳລັງໜູນໃຫ້ທັງເຂດ ແລະ ທົ່ວປະເທດ:

ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການຕ້ອນຮັບ

“ຮ່າໂນ້ຍ ຕ້ອງສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບຢ່າງພົ້ນເດັ່ນ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ; ແກ້ໄຂບັນດາຈຸດອຸດຕັນ; ສ້າງຮູບແບບເຕີບໂຕໃໝ່ອີງໃສ່ພຸມປັນຍາທາງດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ກົມການເມືອງສູນກາງພັກຍາມໃດກໍຮ່ວມເດີນທາງພ້ອມກັບນະຄອນຫຼວງ.”

ວັນຫຽວ


TAG
VOV/VOVworld/ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ/ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ/ອຳ​ນາດ​ການ​ປົກ​ຄອງ/ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ