logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ສັນ​ຕິ​ພ​າບ​ກ່ຽວ​ກັບ​ເຂດ​ກາ​ຊາ ຢູ່​ອາ​ເມ​ລິ​ກາ

2026/2/21 | 08:02:53
(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ  Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ, ຢັ້ງຢືນມີຄວາມເຄົາລົບຢ່າງເລິກເຊິ່ງຕໍ່ຫວຽດນາມ, ປະເທດທີ່ເປັນໜ້າເຄົາລົບ, ດ້ວຍບົດບາດ ແລະ ຜົນກະທົບນັບມື້ນັບຍິ່ງໃຫຍ່. 
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບ ກາຊາ (ພາບ: REUTERS/Kevin Lamarque)

ຕອນບ່າຍວັນທີ 20 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເດີນທາງອອກຈາກສະໜາມບິນທະຫານ Andrews, ສິ້ນສຸດການເດີນທາງເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ວໍຊິງຕັນ (ອາເມລິກາ) ໃນລະຫວ່າງວັນທີ 18 – 20 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ປະທານສະພາສັນຕິພາບກ່ຽວກັບເຂດກາຊາ. ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາມີປະມຸກລັດ ແລະ ການນຳກວ່າ 50 ປະເທດເຂົ້າຮ່ວມ, ແມ່ນປະເທດສະມາຊິກປະດິດສ້າງ ແລະ ນັກສັງເກດການຂອງສະພາສັນຕິພາບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານາທິບໍດີ ອາເມລິກາ ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ, ຢັ້ງຢືນມີຄວາມເຄົາລົບຢ່າງເລິກເຊິ່ງຕໍ່ຫວຽດນາມ, ປະເທດທີ່ເປັນໜ້າເຄົາລົບ, ດ້ວຍບົດບາດ ແລະ ຜົນກະທົບນັບມື້ນັບຍິ່ງໃຫຍ່. ສິ່ງນີ້ສະແດງໃຫ້ເຫັນອິດທິພົນຊື່ສຽງ ສາກົນ ຂອງ ຫວຽດນາມ ພວມໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຄວາມສາມາດສ້າງສັນຕິພາບ ຂອງ ຫວຽດນາມ ໂດຍບັນດາປະເທດມະຫາອຳນາດ ແລະ ເພື່ອນມິດສາກົນຍອມຮັບ ແລະ ເຄົາລົບ.

TAG
VOV/VOVworld/ກາ​ຊາ/ຫວຽດ​ນາມ/ສັນ​ຕິ​ພາບ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ