ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດ ກູບາ, ລັດສ. ກູບາ, ລັດຖະມົນຕີການຕ່າງປະເທດ ກູບາ |
ນະທີ່ນີ້, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ແນວທາງການຕ່າງປະເທດທີ່ໄດ້ກຳນົດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມນັ້ນແມ່ນ, ສາຍພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ພິເສດແມ່ນ ກູບາ, ຍາມໃດກໍຮັບບຸລິມະສິດແຖວໜ້າ; ຫວຽດນາມ ຍາມໃດກໍສາມັກຄີ, ສະໜັບສະໜູນ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ກູບາ ແລະ ຮຽກຮ້ອງໃຫ້ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດພຽງລຳພັງຝ່າຍດຽວສຳລັບ ກູບາ. ໃນການຕ້ອນຮັບ, ສອງຝ່າຍໄດ້ຕົກລົງເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ; ຮັກສາບັນດາກົນໄກຮ່ວມມື, ແລກປ່ຽນທິດສະດີ, ແບ່ງປັນບົດຮຽນປະສົບການພຶດຕິກຳຕົວຈິງກ່ຽວກັບວຽກງານກໍ່ສ້າງພັກ, ບຳລຸງກໍ່ສ້າງພະນັກງານ ແລະ ຄຸ້ມຄອງລັດ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນປະສົບການ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືກ່ຽວກັບເຂົ້າສານ, ສົ່ງເສີມ ແລະ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດລົງທຶນຢູ່ ກູບາ. ທ່ານທູດພິເສດ Bruno Rodríguez Parrilla ຢັ້ງຢືນວ່າ ກູບາ ຍາມໃດກໍໃຫ້ບຸລິມະສິດເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ເຊັ່ນ: ພະລັງງານແສງຕາເວັນ, ການຜະລິດເຄື່ອງໃຊ້ສອຍ, ການທ່ອງທ່ຽວ ແລະ ການຢາ.
ກໍໃນວັນດຽວກັນ, ທ່ານທູດພິເສດ Bruno Rodríguez Parrilla ໄດ້ມີການພົບປະກັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ.




