logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

2026/1/5 | 11:37:46
(VOVWORLD) - ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ບັນດາການນຳ, ອະດີດການນຳພັກ, ລັດ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຄະນະການເມືອງພາຍໃນຂອງພັກ (5/1/1966 - 5/1/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈີມິນ ຄັ້ງທີ 2. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ບັນດາການນຳ, ອະດີດການນຳພັກ, ລັດ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ວຽກງານການເມືອງພາຍໃນແມ່ນຂົງເຂດຫຼັກແຫຼ່ງ ເພື່ອແນໃສ່ປົກປັກຮັກສາພັກ, ປົກປັກຮັກສາລະບອບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຂອງປະຊາຊົນ. ທ່ານຊີ້ແຈ້ງວ່າ:

ຕ້ອງຍູ້ແຮງວຽກງານເປັນເສນາທິການ, ຫັນປ່ຽນຢ່າງແຮງກ່ວາ, ມີປະສິດທິຜົນກ່ວາ, ຍືນຍົງກ່ວາໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ້ນເບື້ອງ, ໄພຍໍ້ທໍ້. ນີ້ແມ່ນໜ້າທີ່ຍຸດທະສາດ, ຍາວນານ, ຕ້ອງດຳເນີນດ້ວຍຄວາມມານະອົດທົນ, ເປັນປະຈຳ, ຕໍ່ເນື່ອງ, ບໍ່ຢຸດຢັ້ງ; ໄດ້ບໍ່ເຮັດຕາມແບບກະແສຂະບວນການຢ່າງເດັດຂາດ.

TAG
VOV/VOVworld/ໂຕ​ເລິມ/ການ​ເມືອງ​ພາຍ​ໃນ/ເສ​ນາ​ທິ​ການ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ