logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄຂ​ສະ​ພາ​ສັນ​ຕິ​ພາບ​ກ່ຽວ​ກັບ​ເຂດ ກາ​ຊາ

2026/2/20 | 07:34:30
(VOVWORLD) - ທ່ານປະທານາທິບໍດີ Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ ແລະ ຢັ້ງຢືນວ່າ ຫວຽດນາມ ມີບົດບາດ ແລະ ຜົນສະທ້ອນນັບມື້ນັບສູງຂຶ້ນໃນໂລກ.
ທ່ານເລຂາທິການໃຫຍ່ໂຕເລິມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດ ກາຊາ (ພາບ: TTXVN)

ຕອນເຊົ້າວັນທີ 19 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ວໍຊິງຕັນ ດີຊີ, ອາເມລິກາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ປະທານສະພາສັນຕິພາບ ກ່ຽວກັບເຂດກາຊາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ. ເຂົ້າຮ່ວມກອງປະຊຸມ, ມີປະມຸກລັດ ແລະ ການນຳຂອງກວ່າ 50 ປະເທດ ໂດຍແມ່ນສະມາຊິກສ້າງຕັ້ງ ແລະ ນັກສັງເກດການຂອງສະພາສັນຕິພາບ.

ທ່ານປະທານາທິບໍດີ Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ ແລະ ຢັ້ງຢືນວ່າ ຫວຽດນາມ ມີບົດບາດ ແລະ ຜົນສະທ້ອນນັບມື້ນັບສູງຂຶ້ນໃນໂລກ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນທຸກການຂັດແຍ້ງກັນ ແລະ ປະທະກັນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ກົດບັດ ສປຊ. ຫວຽດນາມ ພ້ອມແລ້ວທີ່ຈະປະສານສົມທົບກັບບັນດາປະເທດສະມາຊິກສະພາສັນຕິພາບ ເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມເພື່ອໜູນຊ່ວຍດ້ານມະນຸດສະທຳຢ່າງຮີບດ່ວນ, ສ້າງຕັ້ງບັນດາພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ, ຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະ, ແລກປ່ຽນກັບທ່ານປະທານາທິບໍດີ Indonesia, ທ່ານປະທານາທິບໍດີ Uzbekistan,  ທ່ານປະທານາທິບໍດີ Ajerbaijan,  ທ່ານປະທານາທິບໍດີ Kazakhstan, ທ່ານນາຍົກລັດຖະມົນຕີ Campuchia, ທ່ານນາຍົກລັດຖະມົນຕີ Armenia, ທ່ານນາຍົກລັດຖະມົນຕີ Hungary, ທ່ານນາຍົກລັດຖະມົນຕີ Pakistan, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ສ.ເຊັກໂກ.

TAG
VOV/VOVworld/ຫວຽດ​ນາມ/ເຂດ​ກາ​ຊາ/ອາ​ເມ​ລິ​ກາ/ສະ​ພາ​ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ