logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ຫຼຸບ, ມອບ​ລາງວັນ​ການ​ເສັງ “​ກ້າວ​ເດີນຢ່າງ​ໝັ້ນແກ່ນ​ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ”

2026/2/3 | 06:38:48
(VOVWORLD) -  ຕອນຄ່ຳວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກການທະຫານສູນກາງ, ໄດ້ເຂົ້າຮ່ວມພິທີສະຫຼຸບ ແລະ ມອບລາງວັນການເສັງສື່ມວນຊົນຂຽນກ່ຽວກັບພັກທີ່ມີກຽດສະຫງ່າ, ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ພາຍໃຕ້ຫົວຂໍ້ “ກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ຄັນທຸງຂອງພັກ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2026), ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີມອບລາງວັນ (ພາບ: TTXVN)

ໂດຍໄດ້ປຸກລະດົມແຕ່ວັນທີ 5 ກຸມພາ 2025, ການເສັງດັ່ງກ່າວໄດ້ກາຍເປັນການດຳເນີນຊີວິດທາງດ້ານການເມືອງ, ແນວຄິດຢ່າງເລິກເຊິ່ງກວ້າງຂວາງ; ລະດົມກຳລັງໃຈ, ສ້າງບັນຍາກາດແຂ່ງຂັນຢ່າງຟົດຟື້ນ, ກວ້າງຂວາງໃນທົ່ວສັງຄົມ ແລະ ໃນກອງທັບປະຊາຊົນ.

ບັນດາການນຳຖ່າຍຮູບເປັນທີ່ລະນຶກພ້ອມກັບນັກຂຽນຜູ້ຄວ້າໄດ້ລາງວັນ (ພາບ: TTXVN)

ຄະນະຈັດຕັ້ງໄດ້ຮັບບົດປະພັນເຂົ້າຮ່ວມການເສັງກວ່າ 8.000 ບົດ. ມີຫຼາຍບົດທີ່ມີຄຸນນະພາບດີ, ເຕັມໄປດ້ວຍລັກສະນະຕໍ່ສູ້, ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບ, ຄຸນນະທາດ ແລະ ພູມປັນຍາຂອງຜູ້ເຮັດວຽກງານສື່ມວນຊົນ - ບັນດານັກຮົບປະຈັນບານໃນແນວຮົບແນວຄິດ, ວັດທະນະທຳ ຢ່າງຈະແຈ້ງ; ຢັ້ງຢືນຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະ ການເຄື່ອນໄຫວດ້ານການເມືອງຂອງຜູ້ເຮັດວຽກງານສື່ມວນຊົນທີ່ມີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ. ມີ 116 ບົດປະພັນໄດ້ຮັບເລືອກເຂົ້າຮອບສຸດທ້າຍ ແລະ ມອບລາງວັນໃຫ້ແກ່ 66 ນັກປະພັນ, ກຸ່ມນັກປະພັນທີ່ມີຜົນງານດີເດັ່ນ, ລວມມີ: ລາງວັນ A 5 ລາງວັນ, ລາງວັນ B 11 ລາງວັນ, ລາງວັນ C 25 ລາງວັນ ແລະ ລາງວັນຊົມເຊີຍ 25 ລາງວັນ; ມອບໃບຍ້ອງຍໍໃຫ້ແກ່ 10 ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ແລະ ປຸກລະດົມການເສັງ.

TAG
VOV/VOVworld/ກ້າວ​ເດີນຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ/ຊົມ​ເຊີ​ຍ​ຜົນ​ສຳ​ເລັດ​ຂອງກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອ​ງ​ພັກ.

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ