logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານ​ຮ່ວມ​ການ​ພົບ​ປະ​ກັບ​ຜູ້​ນຳ​ໜ້າ​ຂອງ​ສາມ​ພັກ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ

2026/2/6 | 11:50:44
(VOVWORLD) -  ຕອນບ່າຍວັນທີ 06 ກຸມພາ, ຢູ່ສຳນັກງານພັກປະຊາຊົນກຳປູເຈຍ (CPP) ທີ່ນະຄອນຫຼວງ ພະນົມເປັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍທ່ານ Hun Sen ປະທານພັກ CPP ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປັນປະທານຮ່ວມການພົບປະລະຫວ່າງຜູ້ນຳໜ້າຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ.
ຜູ້ນຳໜ້າຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ

        ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມປິຕິຊົມຊື່ນແບ່ງປັນກ່ຽວກັບສະພາບການຢູ່ ຫວຽດນາມ ແລະ ບັນດາໝາກຜົນສຳຄັນ, ມີລັກສະນະກຳນົດທິດຍຸດທະສາດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການປັບປຸງ, ພັດທະນາສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ - ລາວ ຢ່າງສະເໝີຕົ້ນສະເໝີປາຍ.

ບັນດາຜູ້ແທນເຂົ້າຮ່ວມງານພົບປະ

        ການພົບປະໄດ້ແລກປ່ຽນກ່ຽວກັບທຸກຂົງເຂດໃນສາມພັກ, ສາມປະເທດ ແລະ ອີກຄັ້ງໜຶ່ງຢັ້ງຢືນສາຍພົວພັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ ແມ່ນມີຄວາມໝາຍຍຸດທະສາດ, ຍາວນານ. ເມື່ອສິ້ນສຸດການພົບປະ, ການນຳສາມທ່ານໄດ້ເຫັນດີເປັນເອກະພາບຈັດການພົບປະລະຫວ່າງຜູ້ນຳໜ້າຂອງສາມພັກຄັ້ງທີ 5 ປີ 2027 ຢູ່ ລາວ.


TAG
VOV/VOVworld/ຜູ້​ນຳ​ໜ້າ​ຂອງ​ສາມ​ພັກ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ/ປະ​ທານ​ພັກ CPP

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ