logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ສ​ປ.ຈີນ ສີຈິ້ນ​ຜິງ

2026/1/26 | 15:53:00
(VOVWORLD) -  ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ພ້ອມກັບພັກ ແລະ ລັດ ຈີນ ຮັດແໜ້ນການພົວພັນສອງປະເທດບ້ານໃກ້ເຮືອນຄຽງໃຫ້ຫຼາຍກ່ວາອີກພາຍໃຕ້ການຊີ້ນຳນຳພາຂອງພັກ, ການຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນບົນເສັ້ນທາງຫັນບັນດາຄາດຫວັງ, ວິໄສທັດພັດທະນາ ເຊິ່ງສອງພັກ, ສອງລັດກຳນົດໃຫ້ປະກົດຜົນເປັນຈິງ.
ທ່ານເລຂາທິການໃຫຍ່ໂຕເລິມ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່,ປະທານປະເທດ ສປ.ຈີນ ສີຈິ້ນຜິງ
(ພາບ: TTXVN)

ວັນທີ 26 ມັງກອນ, ຈາກຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ. ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນກັບຈີນ, ທ່ານເນັ້ນໜັກວ່າ ການພົວພັນ ຫວຽດນາມ - ຈີນ ຕ້ອງສືບຕໍ່ແມ່ນເສົາຄ້ຳສະຖຽນລະພາບ, ຍາວນານ, ຕິດພັນຍຸດທະສາດອັນເລິກເຊິ່ງ. ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ພ້ອມກັບພັກ ແລະ ລັດ ຈີນ ຮັດແໜ້ນການພົວພັນສອງປະເທດບ້ານໃກ້ເຮືອນຄຽງໃຫ້ຫຼາຍກ່ວາອີກພາຍໃຕ້ການຊີ້ນຳນຳພາຂອງພັກ, ການຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນບົນເສັ້ນທາງຫັນບັນດາຄາດຫວັງ, ວິໄສທັດພັດທະນາ ເຊິ່ງສອງພັກ, ສອງລັດກຳນົດໃຫ້ປະກົດຜົນເປັນຈິງ.

ສ່ວນທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ ຊີ້ແຈ້ງວ່າ ຈີນ ພ້ອມກັບພັກ ແລະ ລັດ ຫວຽດນາມ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເລິກເຊິ່ງກວ່າອີກ, ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ ຫວຽດນາມທີ່ມີຄວາມໝາຍຍຸດທະສາດຢູ່ລະດັບສູງໃໝ່.

TAG
VOV/VOVworld/ຫວຽດ​ນາມ/ຈີ​ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ